logo

ເຊີດຊູ 64 ຜົນ​ງານ​ສື່ມວນ​ຊົນ ຢູ່​ພິ​ທີ​ມອ​ບ​ລາງວັນ ຢຽນ​ຮົ່ງ​ ຄັ້ງ​ທີ 4

2025/12/19 | 10:00:23
(VOVWORLD) -ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ດ້ວຍຫົວຂໍ້ “80 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດ ຫວຽດນາມ”, ລາງວັນ ຢຽນຮົ່ງ ປີນີ້ໄດ້ຮັບຫຼາຍຜົນງານສື່ມວນຊົນທີ່ມີການລົງທຶນຢ່າງພິຖິພິຖັນ, ລະອຽດ, ໃໝ່ອ່ຽມ, ມີຫົວຄິດປະດິດສ້າງ.
ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

64 ຜົນງານສື່ມວນຊົນດີເດັ່ນໃນຈຳນວນບົດເຂົ້າຮ່ວມການເສັງ 3.500 ບົດ ມີຄວາມເປັນກຽດໄດ້ຮັບການຍ້ອງຍໍເຊີດຊູຢູ່ພິທີມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບ ສະພາແຫ່ງຊາດ ແລະ ສະພາປະຊາຊົນ ຄັ້ງທີ 4 (ລາງວັນ ຢຽນຮົ່ງ) ຈັດຂຶ້ນໃນຕອນຄ່ຳວັນທີ 18 ທັນວາ ຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ດ້ວຍຫົວຂໍ້ “80 ປີແຫ່ງວັນສ້າງຕັ້ງສະພາແຫ່ງຊາດ ຫວຽດນາມ”, ລາງວັນ ຢຽນຮົ່ງ ປີນີ້ໄດ້ຮັບຫຼາຍຜົນງານສື່ມວນຊົນທີ່ມີການລົງທຶນຢ່າງພິຖິພິຖັນ, ລະອຽດ, ໃໝ່ອ່ຽມ, ມີຫົວຄິດປະດິດສ້າງ, ມີຜົນກະທົບແຜ່ກະຈາຍຢ່າງເລິກເຊິ່ງກວ້າງຂວາງໃນຊີວິດສັງຄົມ, ໄດ້ຮັບການຕ້ອນຮັບຈາກຜູ້ອ່ານ ແລະ ຕີລາຄາສູງຈາກຄະນະກຳມະການ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ພິເສດ, ສື່ມວນຊົນຕ້ອງແຜ່ກະຈາຍຢ່າງແຮງສຳລັບຄວາມຕັດສິນໃຈໃໝ່, ບັນຍາກາດໃໝ່ໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໃນການຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16, ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.

ວິທະຍຸກະຈາຍສຽງຫວຽດນາມ ຄວ້າໄດ້ສອງລາງວັນ, ລວມມີ ລາງວັນ A ກ່ຽວກັບບົດສາລະຄະດີ “ເພື່ອໃຫ້ລະບອບລະບຽບການກາຍເປັນທ່າໄດ້ປຽບແກ້ງແຍ້ງ” ຂອງກຸ່ມນັກຂ່າວ ພະແນກຂ່າວ (VOV1) ແລະ ລາງວັນ C ດ້ວຍບັນດາບົດຂຽນ “ສະພາແຫ່ງຊາດສືບຕໍ່ວິວັດການຢຶດໝັ້ນ, ມີຄວາມຄິດປະດິດສ້າງ ແລະ ມີການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ” ຂອງກຸ່ມນັກຂ່າວສື່ເອເລັກໂຕນິກ ວິທະຍຸກະຈາຍສຽງຫວຽດນາມ.

TAG
VOV/VOVworld/ລາງວັນ​ສື່ມວນ​ຊົນ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ