logo

ເຊີດຊູບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຊິກຊາວໜຸ່ມຍິງ, ຜູ້ອອກແຮງງານຍິງ

2025/10/16 | 08:51:00
(VOVWORLD) - ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ, ແມ່ຍິງ ຫວຽດນາມ ນັບມື້ນັບພັດທະນາໃນທຸກດ້ານ
ທີ່ພິທີມອບລາງວັນ
(ພາບ: qdnd.vn)

        ຕອນຄ່ຳວັນທີ 15 ຕຸລາ, ຢູ່ ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດພິທີມອບລາງວັນ “ສະມາຊິກຊາວໜຸ່ມ ກຳມະບານຍິງ ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ” ຄັ້ງທີ 1 ໃຫ້ແກ່ 10 ຄົນ ແລະ ຍ້ອງຍໍບັນດາບຸກຄົນ, ໝູ່ຄະນະໃນຂະບວນການແຂ່ງຂັນ “ເກັ່ງວຽກລວມ, ຫຼ້ອນວຽກບ້ານ” ໄລຍະ 2020 – 2025.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເນັ້ນໜັກວ່າ ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດໃນປະຈຸບັນ, ແມ່ຍິງ ຫວຽດນາມ ນັບມື້ນັບພັດທະນາໃນທຸກດ້ານ, ຢືນຢັນບົດບາດ, ຖານະບົດບາດ ແລະ ມີບັນດາການປະກອບສ່ວນຢ່າງໃຫຍ່ຫຼວງໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ ສະເໜີວ່າ:

        “ອຳນາດການປົກຄອງທຸກຂັ້ນ, ບັນດາກະຊວງ, ຂະແໜງການ ຕ້ອງຖືວຽກງານແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແມ່ນໜ້າທີ່ການເມືອງຈຸດສຸມ, ຕະຫຼອດ. ຕ້ອງສືບຕໍ່ປັບປຸງຂອບນິຕິກຳໃຫ້ສົມແບບ, ປົກ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານຍິງໃຫ້ດີກວ່າອີກ, ພິເສດແມ່ນຂົງເຂດບໍ່ເປັນທາງການ”.

TAG
VOV/VOVworld/ສ້າງ​ສາ/ປົກ​ປັກ​ຮັກ​ສາ/​ປະ​ເທດ​ຊາດ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ