logo

ເຊັນຂໍ້ຕົກລົງ ລະຫວ່າງ IAEA ແລະ ອີຣານ ກ່ຽວກັບບັນຫານິວເຄຼຍ ໂດຍໄວ

2012/5/23 | 07:16:27
​ທ່ານ Yukiya Amano ຜູ້ອຳນວຍການ​​ໃຫຍ່ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ປະກາດ​ວ່າ ອົງການ​ນີ້​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ ກັບ ອີຣານ ​ໂດຍ​​ໄວ ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ການ​ໂຕ້ຖຽງ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ


ທ່ານ Jalili ແລະ ທ່ານ Yukiya Amano ຜູ້ອຳນວຍການ​​ໃຫຍ່ IAEA ໃນການປະຊຸມຂ່າວເມື່ອວັນທີ 21/5 ຢູ່ ເຕເຮຣານ

(vovworld) -  ​ທ່ານ Yukiya Amano ຜູ້ອຳນວຍການ​​ໃຫຍ່ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ປະກາດ​ວ່າ ອົງການ​ນີ້​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ ກັບ ອີຣານ ​ໂດຍ​​ໄວ ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ການ​ໂຕ້ຖຽງ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ. ຜູ້ອຳນວຍການ​ໃຫຍ່ Amano ​ໃຫ້​ຮູ້​ວ່າ: ທ່ານ​ເອງ  ​ແລະ ທ່ານ Saeed Jalili ຫົວຫນ້າ​ຄະນ​ະ​ເຈລະຈາ ນິວ​​ເຄຼຍ ​ເປັນ​ເອກະ​ພາບ​ກັນ ຈະ​ລົງ​ນາມ​ສັນຍາ​ແມ່​ໂດຍ​ໄວ. ທ່ານ Amano ກໍ​ໃຫ້​ຮູ້​ວ່າ: ສັນຍາ​ແມ່​ແມ່ນ​ວິວັດ​ການ​ສຳຄັນ​ໃນ​ບັນຫາ​ນິວ​ເຄຼຍຂອງ ອີຣານ. ສ່ວນ ທ່ານ Jalili ຖະ​ແຫລ​ງວ່າ ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນຈະ​ບໍ່​ແມ່ນ​ການກີດ​ຂວາງ​ສຳ​ລັບ​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣານ. ຫົວຫນ້າ​ຄະນ​ະ​ເຈລະຈາ ອີຣານ ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ມີ​ຄວາມ​ເຂົ້າ​ໃຈ​​ທັດສະນະ​ຂອງ​ກັນ​ຢ່າງ​ຈະ​ແຈ້ງ​ກວ່າ ​ແລະ ນັ້ນ​ແມ່ນ​ສາຍ​ເຫດ​ທີ່ພາ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ລະຫວ່າງ​ສອງ​ຝ່າຍ.

TAG
IAEA

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ