logo

ເຊັນສັນຍາ ການປະມູນການກໍ່ສ້າງຕິດຕັ້ງນໍາການເຂົ້າໄຟຟ້າຈາກ ລາວ ​ມາຫວຽດນາມ 2 ສະ​ບັບ

2022/4/1 | 07:20:39
(VOVWORLD) -ບັນດາໂຄງການໄດ້ລົງທຶນກໍ່ສ້າງ ດ້ວຍເປົ້າໝາຍປະຕິບັດຄຳໝັ້ນສັນຍາຂອງສອງຝ່າຍ ກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະບານ ສ.ສ ຫວຽດນາມ ແລະ ສປປ ລາວ ໃນຂົງເຂດພັດທະນາພະລັງງານ
ພິທີລົງນາມສັນຍາ 2 ສະບັບ ລະຫວ່າງສອງປະເທດ (ພາບ: BNEWS/TTXVN)

ວັນທີ 31 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະຄຸ້ມຄອງໂຄງການໄຟຟ້າ 2 ໄດ້ລົງນາມໃນສັນຍາ “ສະໜອງອຸປະກອນ,ດຳເນີນການກໍ່ສ້າງຕິດຕັ້ງ ແລະ ທົດລອງດັດແປງ ອຸປະກອນໂຄງການສູນຕັດໄຟຟ້າ 220kV ເບິ່ອີ່ ແລະ ສາຍສົ່ງ 220 kV ເຊື່ອມຕໍ່ຈາກກຸ່ມເຂື່ອນໄຟຟ້ານ້ຳກົງ 1; 2, 3 (ລາວ) ເຂົ້າໃນລະບົບໄຟຟ້າຂອງຫວຽດນາມ” ແລະ ສັນຍາ “ອອກແບບ, ສະໜອງສິນຄ້າ ແລະ ກໍ່ສ້າງຕິດຕັ້ງ (EPC) ໂຄງການສູນຕັດໄຟຟ້າ 220 kV ດາກຕາອອກ ແລະ ສາຍສົ່ງ 220 kV ເຊື່ອມຕໍ່ຈາກເຂື່ອນໄຟຟ້ານ້ຳອີມູ່ນ (ລາວ) ເຂົ້າໃນລະບົບໄຟຟ້າຫວຽດນາມ”.

ບັນດາໂຄງການທີ່ກ່າວມາຂ້າງເທິງນີ້ໄດ້ລົງທຶນກໍ່ສ້າງດ້ວຍເປົ້າໝາຍປະຕິບັດຄຳໝັ້ນສັນຍາຂອງສອງຝ່າຍ ກ່ຽວກັບການພົວພັນຮ່ວມມືລະຫວ່າງລັດຖະບານ ສ.ສ ຫວຽດນາມ ແລະ ສປປ ລາວ ໃນຂົງເຂດພັດທະນາພະລັງງານ; ການນຳເຂົ້າໄຟຟ້າຈາກບັນດາເຂື່ອນໄຟຟ້ານ້ຳກົງ 1, 2, 3 ແລະ ເຂື່ອນໄຟຟ້ານ້ຳອີມູ່ນ (ລາວ) ມາ ຫວຽດນາມ.

TAG
VOV/VOVworld/ລາວ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ