logo

ເຊື່ອມຕໍ່ການຮ່ວມມື ຫວຽດນາມ - ເກຼັກ ໃນຂົງເຂດແຮງງານ

2025/12/17 | 07:29:36
(VOVWORLD) - ປະຈຸບັນ, ມີຜູ້ອອກແຮງງານ ຫວຽດນາມ ປະມານ 800.000 ຄົນພວມເຮັດວຽກຢູ່ 40 ປະເທດ ແລະ ເຂດແຄ້ວນ
ປະຈຸບັນມີຜູ້ອອກແຮງງານ ຫວຽດນາມ ປະມານ 1.300 ຄົນພວມເຮັດວຽກຢູ່ ເກຼັກ
(ພາບປະກອບ: ສະຖານທູດ ຫວຽດນາມ ປະຈຳ ເກຼັກ)

        ແຕ່ວັນທີ 11 – 15 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ເກຼັກ ໄດ້ຈັດກອງປະຊຸມສຳມະນາ “ເປີດອອກແງ່ຫວັງ: ແຮງງານ ຫວຽດນາມ ມີສີມືອາຊີບສູງ, ມາດຕະການຍຸດທະສາດສຳລັບຕະຫຼາດແຮງງານ ເກຼັກ”, ພ້ອມກັບການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບບັນດາຄູ່ຮ່ວມມື ເກຼັກ ຢູ່ນະຄອນຫຼວງ Athens ແລະ ນະຄອນ Thessaloniki.

        ຕາມຕົວເລກສະຖິຕິຂອງກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງພາຍໃນ ຫວຽດນາມ ແລ້ວ, ປະຈຸບັນ, ມີຜູ້ອອກແຮງງານ ຫວຽດນາມ ປະມານ 800.000 ຄົນພວມເຮັດວຽກຢູ່ 40 ປະເທດ ແລະ ເຂດແຄ້ວນ, ດ້ວຍ 30 ກຸ່ມອາຊີບທີ່ແຕກຕ່າງກັນ. ສະເພາະຢູ່ ເກຼັກ, ນັບແຕ່ທ້າຍປີ 2023 ມາຮອດປະຈຸບັນມີຜູ້ອອກແຮງງານ ຫວຽດນາມ ປະມານ 1.300 ຄົນພວມເຮັດວຽກຢູ່ທີ່ນີ້.

        ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຼັກ ເນັ້ນໜັກວ່າ ຫວຽດນາມ ພວມມຸ່ງໄປເຖິງການພັດທະນາກຳລັງຜູ້ອອກແຮງງານເຕັກນິກມີສີມືສູງ ເພື່ອຕອບສະໜອງຄວາມຕ້ອງການພັດທະນາຂອງປະເທດຊາດ ແລະ ຍູ້ແຮງວຽກງານສົ່ງຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ, ໃນນັ້ນມີຕະຫຼາດ ເອີລົບ ເວົ້າລວມ ແລະ ເກຼັກ ເວົ້າສະເພາະ.

TAG
VOV/VOVworld/ແຮງ​ງານ/​ເຕັກ​ນິກ/​ສີ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ