logo

ເນປານ ມີນາຍົກລັດຖະມົນຕີຊົ່ວຄາວ

2025/9/13 | 07:24:06
(VOVWORLD) - ພິທີສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວຂອງ ທ່ານນາງ Sishila Karki ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 12 ກັນຍາ, ຢູ່ທຳນຽບປະທານາທິບໍດີ ເນປານ.
ທ່ານນາງ Sishila Karki, ອະດີດປະທານສານສູງສຸດ ເນປານ
(ພາບ: REUTERS)

ທ່ານນາງ Sishila Karki, ອະດີດປະທານສານສູງສຸດ ເນປານ ໄດ້ກາຍເປັນແມ່ຍິງຜູ້ທຳອິດ ນຳໜ້າອົງການບໍລິຫານຂອງປະເທດນີ້, ຮັບຜິດຊອບນຳພາລັດຖະບານໄລຍະຂ້າມຜ່ານໃນຊຸມເດືອນຈະມາເຖິງ.

ພິທີສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວຂອງ ທ່ານນາງ Sishila Karki ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 12 ກັນຍາ, ຢູ່ທຳນຽບປະທານາທິບໍດີ ເນປານ. ກ່ອນໜ້ານັ້ນ 2-3 ຊົ່ວໂມງ, ຫ້ອງວ່າການປະທານາທິບໍດີ ເນປານ ໄດ້ປະກາດຂໍ້ຕົກລົງດັ່ງກ່າວ. ທ່ານປະທານາທິບໍດີ Ram Chandra Paudel ໄດ້ເປັນປະທານພິທີສາບານຕົວຮັບດຳລົງຕຳແໜ່ງ, ຮຽກຮ້ອງໃຫ້ ທ່ານນາງ Sishila Karki “ກອບກູ້ເອົາປະເທດຊາດ” ແລະ ອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດ.

ບັນດາຜູ້ເຂົ້າຮ່ວມຂະບວນການແຫ່ຂະບວນ “ລຸ້ນ Gen Z” ໄດ້ຄັດເລືອກໃຫ້ ທ່ານນາງ Sishila Karki ດຳລົງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວໃນການປ່ອນບັດທາງສື່ສັງຄົມອອນລາຍ Discord.

TAG
VOV/VOVworld/ຂໍ້​ຕົກ​ລົງ/ກອບກູ້/ປະ​ເທດ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ