logo

ເບິ່ງ​ແຍງ​ດູ​ແລ​ພໍ່​ແມ່​ພີ່​ນ້ອງ​ເຜົ່າ ຂະ​ແມ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ Sene Dolta

2025/9/20 | 09:03:51
(VOVWORLD) - ເນື່ອງໃນໂອກາດວັນບຸນ Sene Dolta, ຢູ່ຫຼາຍທ້ອງຖິ່ນໄດ້ດຳເນີນບັນດາກິດຈະກຳຢ້ຽມຢາມຖາມຂ່າວ, ອວຍພອນບັນດາພະມະຫາອາຈານ, ພະອາຈານໃຫຍ່, ພະອາຈານ, ຜູ້ມີຍົກສັກຕຳແໜ່ງ, ຄະນະຄຸ້ມຄອງວັດ ແລະ ພໍ່ແມ່ພີ່ນ້ອງເຜົ່າ ຂະແມ ເນື່ອງໃນໂອກາດວັນບຸນ Sene Dolta ປີ 2025.
ທະຫານປ້ອງກັນຊາຍແດນ ແຂວງ ເກີນເທີ ກວດສຸຂະພາບໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າ ຂະແມ ເນື່ອງໃນໂອກາດວັນບຸນ Sene Dolta (ພາບ: TTXVN)

        ຕອນບ່າຍວັນທີ 19 ກັນຍາ, ທ່ານຮອງເລຂາຄະນະພັກແຂວງ ກາເມົາ ໂຮ່ແທັງຖຸ່ຍ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ບັນດາວັດຂະແມໃນບໍລິເວນແຂວງ ເນື່ອງໃນໂອກາດວັນບຸນ Sene Dolta. ທ່ານ ໂຮ່ແທັງຖຸຍ ຢັ້ງຢືນວ່າ ແຂວງ ກາເມົາ ຍາມໃດກໍເອົາໃຈໃສ່ຜັນຂະຫຍາຍປະຕິບັດບັນດານະໂຍບາຍກ່ຽວກັບສາສະໜາ, ຊົນເຜົ່າ ທີ່ພັກ, ລັດ ໄດ້ວາງອອກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວບັນດາເຜົ່າສ່ວນໜ້ອຍເປັນຢ່າງດີ, ໃນນັ້ນ ມີພໍ່ແມ່ພີ່ນ້ອງເຜົ່າ ຂະແມ; ພ້ອມທັງປາດຖະໜາໃຫ້ບັນດາພະມະຫາອາຈານ,ພະອາຈານ ສືບຕໍ່ຮ່ວມເດີນທາງພ້ອມກັບທຸກຂັ້ນ, ທຸກຂະແໜງການໃນການໂຄສະນາ, ຂົນຂວາຍພຸດທະສາສະນິກກະຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ແລະ ທ້ອງຖິ່ນ ໃຫ້ເປັນຢ່າງດີ; ຕັ້ງໜ້າເບິ່ງແຍງຊີວິດການເປັນຢູ່ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ; ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ປຸກລະດົມຂົນຂວາຍຄູບາສຳມະເນນ ແລະ ພໍ່ແມ່ພີ່ນ້ອງ ຕັ້ງໜ້າເຂົ້າຮ່ວມຂະບວນການ, ການຂົນຂວາຍຕ່າງໆ, ຮ່ວມແຮງຮ່ວມໃຈສ້າງບ້ານເກີດເມືອງນອນຮັ່ງມີສວຍງາມ.


TAG
VOV/VOVworld/ວັນບຸນ Sene Dolta/ພໍ່ແມ່ພີ່ນ້ອງເຜົ່າ ຂະແມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ