logo

ເປີດ​ນຳ​ໃຊ້​ສູນ​ສື່ມວນ​ຊົນ, ຖະ​ແຫຼງ​ຂ່າວ​ສາ​ກົນ ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

2026/1/14 | 11:41:54
(VOVWORLD) - ເຂົ້າຮ່ວມການນຳສະເໜີຂ່າວຢູ່ກອງປະຊຸມຄັ້ງນີ້, ມີນັກຂ່າວ, ນັກເຕັກນິກ 590 ກວ່າຄົນ ຂຶ້ນກັບ 113 ອົງການສື່ມວນຊົນພາຍໃນປະເທດ, ມີນັກຂ່າວ, ຜູ້ຊ່ວຍວຽກດ້ານສື່ມວນຊົນ ເກືອບ 80 ຄົນ ຂຶ້ນກັບ 43 ສຳນັກຂ່າວສານຕ່າງປະເທດ, ນັກຂ່າວຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກຂ່າວບັນດາພັກການເມືອງ, ພັກຕ່າງໆ.
ບັນດາຜູ້ແທນຕັດແຖບຜ້າເປີດນຳໃຊ້ສູນສື່ມວນຊົນ (ພາບ: VGP) 

ພິທີເປິດນຳໃຊ້ ສູນສື່ມວນຊົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນຕອນບ່າຍວັນທີ 14 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ ເຊິ່ງແມ່ນສະຖານທີ່ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ເຂົ້າຮ່ວມມີທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ, ບັນດາການນຳພັກ, ລັດ ພ້ອມກັບນັກຂ່າວທັງຢູ່ພາຍໃນ ແລະ ສາກົນ. ພາຍຫຼັງພິທີໄຂ ແມ່ນການຖະແຫຼງຂ່າວສາກົນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

ເຂົ້າຮ່ວມການນຳສະເໜີຂ່າວຢູ່ກອງປະຊຸມຄັ້ງນີ້, ມີນັກຂ່າວ, ນັກເຕັກນິກ 590 ກວ່າຄົນ ຂຶ້ນກັບ 113 ອົງການສື່ມວນຊົນພາຍໃນປະເທດ, ມີນັກຂ່າວ, ຜູ້ຊ່ວຍວຽກດ້ານສື່ມວນຊົນ ເກືອບ 80 ຄົນ ຂຶ້ນກັບ 43 ສຳນັກຂ່າວສານຕ່າງປະເທດ, ນັກຂ່າວຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກຂ່າວບັນດາພັກການເມືອງ, ພັກຕ່າງໆ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານເຈິ່ນເກິມຕູ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການສູນກາງພັກ ໃຫ້ຮູ້ວ່າ:

ກ່ຽວກັບວຽກງານກະກຽມເອກະສານ, ພັກກອມມູນິດຫວຽດນາມ ໄດ້ປະຕິບັດການປະຕິຮູບສຳຄັນ, ໂຮມສາມບົດລາຍງານ: ບົດລາຍງານການເມືອງ, ບົດລາຍງານເສດຖະກິດ - ສັງຄົມ ແລະ ບົດລາຍງານກໍ່ສ້າງພັກ ເຂົ້າເປັນບົດລາຍງານການເມືອງທາງການ, ຄົບຊຸດ. ພິເສດ, ນີ້ເປັນຄັ້ງທຳອິດ ເອກະສານມີໂຄງການກະທຳຕິດຄັດໄປນຳ, ສັບຊ້ອນຢ່າງຈະແຈ້ງແຕ່ລະແຜນຮ່າງ, ຄວາມຄືບໜ້າ ແລະ ຄວາມຮັບຜິດຊອບໃນການປະຕິບັດ, ຮັບປະກັນມະຕິອາດສາມາດປະຕິບັດຢ່າງທັນທີ ພາຍຫຼັງກອງປະຊຸມໃຫຍ່.

TAG
VOV/VOVworld/ສື່ມວນ​ຊົນ/ຖະ​ແຫຼງ​ຂ່າວ​ສາ​ກົນ/​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ