logo

ເປີດສະຫຼອງຄູ່ດ່ານຊາຍແດນສາກົນ ເຕິນນາມ (ຫວຽດນາມ) ແລະ Meun Chey (ກຳປູເຈຍ)

2025/12/8 | 11:12:44
(VOVWORLD) - ນີ້ແມ່ນບາດກ້າວຫັນວິໄສທັດການພັດທະນາ ທີ່ການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບໃຫ້ປະກົດຜົນເປັນຈິງ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີ)

        ຕອນເຊົ້າວັນທີ 08 ທັນວາ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manét, ອຳນາດການປົກຄອງຂອງ 2 ແຂວງ ໄຕນິງ ແລະ ແຂວງ Prey Veng ໄດ້ຈັດພິທີເປີດສະຫຼອງຄູ່ດ່ານຊາຍແດນສາກົນ ເຕິນນາມ ແລະ Meun Chey ຢ່າງສົມກຽດ. ນີ້ແມ່ນບາດກ້າວຫັນວິໄສທັດການພັດທະນາ ທີ່ການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບໃຫ້ປະກົດຜົນເປັນຈິງ, ສ້າງຄວາມສະດວກແກ່ການເຄື່ອນໄຫວດ້ານການຄ້າ, ທ່ອງທ່ຽວຂອງປະຊາຊົນ, ວິສາຫະກິດ 2 ປະເທດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

        “ຊາຍແດນ ຫວຽດນາມ - ກຳປູເຈຍ ບໍ່ພຽງແຕ່ແມ່ນເສັ້ນຂີດຂັ້ນກຳນົດຜືນແຜ່ນດິນເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ຂອງການພົວພັນແລກປ່ຽນ, ມິດຕະພາບ, ນ້ຳໃຈອັນສະໜິດແໜ້ນລະຫວ່າງ 2 ປະເທດ, 2 ຊາດອີກດ້ວຍ. ເລື່ອງເປີດສະຫຼອງດ່ານຊາຍແດນສາກົນ ເຕິນນາມ ແລະ Meun Chey ໃນມື້ນີ້ ຈະສ້າງກຳລັງໜູນໃໝ່ ເພື່ອໃຫ້ 2 ປະເທດປະຕິບັດສຳເລັດການປັກຫຼັກໝາຍຊາຍແດນໂດຍໄວສຳລັບ 16% ເສັ້ນຊາຍແດນທີ່ຍັງບໍ່ທັນປະຕິບັດສຳເລັດການປັກຫຼັກໝາຍ; ພ້ອມກັນນັ້ນ, ຄົ້ນຄວ້າພັດທະນາບັນດາຄູ່ດ່ານຊາຍແດນສາກົນອື່ນໃນເສັ້ນຊາຍແດນທາງບົກ ຫວຽດນາມ - ກຳປູເຈຍ ອື່ນອີກ, ມຸ່ງໄປເຖິງການນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 20 ຕື້ USD ໃນຊຸມປີຈະມາເຖິງໂດຍໄວ”.

        ກ່ອນໜ້ານັ້ນ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການພົບປະເຈລະຈາ ເພື່ອຕີລາຄາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມກັນນັ້ນ, ແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ.

TAG
VOV/VOVworld/ວິ​ໄສ​ທັດ​/​ພັດ​ທະ​ນາ/​ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ