logo

ເປີດ​ສາຍ​ການ​ບິນ​ເຊື່ອມ​ຕໍ່ Belarus-ຝູ​ກວກ

2025/10/12 | 12:00:52
(VOVWORLD) -   ຄາດວ່າ, ໃນ 10 ວັນ, ບໍລິສັດການບິນແຫ່ງຊາດ Belavia ຈະມີຖ້ຽວ 1 ແລະ ສົ່ງຜູ້ໂດຍສານປະມານ 300 ຄົນມາ ຝູກວກ.
(ພາບ: VOV)

  ຕອນເຊົ້າວັນທີ 12 ຕຸລາ, ຖ້ຽວບິນເລກທີ BRU 8197 ຂອງບໍລິສັດການບິນແຫ່ງຊາດ Belavia  (Belarusian Airlines) ໄດ້ລົງຈອດຢູ່ສະໜານບິນສາກົນ ຝູກວກ. ນີ້ແມ່ນຖ້ຽວບິນໂດຍກົງທຳອິດ ເຊື່ອມຕໍ່ນະຄອນຫຼວງ Minsk (Belarus)  ກັບເຂດພິເສດ ຝູກວັກ (ອານຢາງ).

  ພາຍຫຼັງບິນເປັນເວລາ 10 ຊົ່ວໂມງ, ຖ້ຽວບິນເລກທີ BRU 8197 ໄດ້ສົ່ງຜູ້ໂດຍສານ 281 ຄົນ ພ້ອມດ້ວຍຈຸບິນ 14 ຄົນມາຮອດເກາະ ຝູກວກ.

  ຄາດວ່າ, ໃນ 10 ວັນ, ບໍລິສັດການບິນແຫ່ງຊາດ Belavia ຈະມີຖ້ຽວ 1 ແລະ ສົ່ງຜູ້ໂດຍສານປະມານ 300 ຄົນມາ ຝູກວກ.

  ກ່າວຄຳເຫັນທີ່ພິທິຮັບຖ້ຽວບິນທຳອິດ, ທ່ານ ຫງວຽນແທັງຍານ ຮອງເລຂາຜູ້ປະຈຳອົງຄະນະພັກແຂວງ ອານຢາງ ຖືວ່າ: ສາຍການບິນ Minsk – ຝູກວັກ ຈະເປີດການຮ່ວມມືໃໝ່, ຫລຸດຜ່ອນໄລຍະຫ່າງລະຫວ່າງພາກພື້ນອາຊີຕາເວັນອອກສ່ຽວໃຕ້ ແລະ ເອີລົບກາງ, ເອີລົບຕາເວັນອອກ; ສ້າງເງື່ອນໄຂເພື່ອໃຫ້ແຂກທ່ອງທ່ຽວ, ວິສາຫະກິດ ແລະ ນັກລົງທຶນ Belarus ມາໃກ້ກັບ ຫວຽດນາມ ກ່ວາອີກ, ພ້ອມກັນນັ້ນ ກໍ່ຊ່ວຍໃຫ້ສິນຄ້າ, ຜະລິດຕະພັນກະເສດ, ຜະລິດຕະພັນອຸດສາຫະກຳ ຫວຽດນາມ ສົ່ງອອກໄປຕະຫຼາດ Belarus ແລະ ເອີລົບ ໄດ້ຢ່າງສະດວກກ່ວາ.

TAG
VOV/VOVworld/ເປີດ​ສາຍ​ການ​ບິນ​ເຊື່ອມ​ຕໍ່ Belarus-ຝູ​ກວກ/ຖ້ຽວ​ບິນ​ເລກ​ທີ BRU 8197

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ