logo

ເປັນຄັ້ງທຳອິດທີ່ພັກກຳອຳນາດ ຍີ່ປຸ່ນ ມີປະທານຍິງ

2025/10/4 | 17:13:13
(VOVWORLD) - ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ທ່ານນາງ Sanae Takaichi ມີໂຄງການເສດຖະກິດທີ່ເຂັ້ມແຂງທີ່ສຸດ ດ້ວຍຄຳໝັ້ນສັນຍາເພີ່ມຂອບຂະໜາດເສດຖະກິດຂອງ ຍີ່ປຸ່ນ ຂຶ້ນທົບ 2 ເທົ່າໃນໄລຍະ 1 ທົດສະວັດ
ທ່ານນາງ Sanae Takaichi ໄດ້ກາຍເປັນປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ
(ພາບ: REUTERS/Kim Kyung-Hoon)

ວັນທີ 04 ຕຸລາ, ນັກການເມືອງທີ່ອຸດົມໄປດ້ວຍປະສົບການ ທ່ານນາງ Sanae Takaichi ໄດ້ກາຍເປັນປະທານພັກປະຊາທິປະໄຕເສລີ (LDP) ກຳອຳນາດ ພາຍຫຼັງການປ່ອນບັດ 2 ຄັ້ງຢູ່ສຳນັກງານຂອງພັກ. ດ້ວຍໝາກຜົນດັ່ງກ່າວ, ທ່ານນາງ Sanae Takaichi ໄດ້ກາຍເປັນການນຳຍິງທຳອິດຂອງ LDP.

ທ່ານນາງ Sanae Takaichi, ອະດີດລັດຖະມົນຕີກະຊວງພາຍໃນ, ອາຍຸ 64 ປີ, ເຄີຍໄດ້ຮັບການຕີລາຄາວ່າແມ່ນການຄັດເລືອກແຖວໜ້າຂອງມະຫາຊົນ ດ້ວຍການສະໜັບສະໜູນຢ່າງແຮງຈາກບັນດາພັກຮາກຖານທ້ອງຖິ່ນ ເມື່ອທ່ານນາງຊອກຫາວິທີກາຍເປັນນາຍົກລັດຖະມົນຕີຍິງຄົນທຳອິດຂອງ ຍີ່ປຸ່ນ. ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ທ່ານນາງ Sanae Takaichi ມີໂຄງການເສດຖະກິດທີ່ເຂັ້ມແຂງທີ່ສຸດ ດ້ວຍຄຳໝັ້ນສັນຍາເພີ່ມຂອບຂະໜາດເສດຖະກິດຂອງ ຍີ່ປຸ່ນ ຂຶ້ນທົບ 2 ເທົ່າໃນໄລຍະ 1 ທົດສະວັດ ດ້ວຍບັນດາບ້ວງເງິນລົງທຶນກ້ອນໃຫຍ່ຈາກລັດເຂົ້າໃນເຕັກໂນໂລຊີໃໝ່, ພື້ນຖານໂຄງລ່າງ, ການຜະລິດທັນຍາຫານ, ຄວາມໝັ້ນຄົງດ້ານເສດຖະກິດ.

TAG
VOV/VOVworld/ໂຄງ​ການ​/ເສດ​ຖະ​ກິດ/ເຂັ້ມແຂງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ