logo

ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດ​ນາມ ປະ​ຕິ​ບັດ​ການ​ຈັດ​ແບ່ງໂຄ​ຕາການ​ປ່ອຍ​ອາຍ​ພິດ

2025/12/24 | 11:02:08
(VOVWORLD) - ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ ແລະ ການທົດລອງແມ່ນບາດກ້າວສຳຄັນເພື່ອສ້າງກົນໄກຄຸ້ມຄອງໃຫ້ສຳເລັດກ່ອນທີ່ຈະໄດ້ບັງຄັບໃຊ້ໃນຂອບເຂດທົ່ວປະເທດ.
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຮັບຟັງບົດລາຍງານກ່ຽວກັບການໃຫ້ສັດຕະຍາບັນຍອດໂຄຕາການປ່ອຍອາຍພິດເຮືອນແກ້ວສຳລັບປີ 2025 – 2026. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ.

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ປະຕິບັດການຈັດແບ່ງໂຄຕາການປ່ອຍອາຍພິດ ແລະ ການທົດລອງແມ່ນບາດກ້າວສຳຄັນເພື່ອສ້າງກົນໄກຄຸ້ມຄອງໃຫ້ສຳເລັດກ່ອນທີ່ຈະໄດ້ບັງຄັບໃຊ້ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ໃນວິວັດການທົດລອງຕ້ອງຄິດໄລ່ໂຄຕາໃຫ້ແກ່ແຕ່ລະຂົງເຂດຢ່າງລະອຽດ (ຊີມັງ, ເຫຼັກກ້າ, ໄຟຟ້າ…), ກຳນົດຂອບຂະໜາດວິສາຫະກິດນຳເຂົ້າທົດລອງເພື່ອກະກຽມຜັນຂະຫຍາຍ 100% ກັບບັນດາເປົ້າໝາຍປ່ອຍອາຍພິດໃນອະນາຄົດ .

ກ່ຽວກັບວິວັດການປະຕິບັດແບບບັງຄັບ, ໄລຍະແຕ່ປັດຈຸບັນຮອດປີ 2027 ຈະສຸມໃສ່ທົດລອງເພື່ອສ້າງບັນດາກົນໄກ, ນະໂຍບາຍໃຫ້ຄົບຊຸດ. ນັບແຕ່ປີ 2028, ການຄຸ້ມຄອງໂຄຕາການປ່ອຍອາຍພິດຈະໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການ ແລະ ບັງຄັບໃຊ້ໃນຂອບເຂດທົ່ວປະເທດສຳລັບທຸກຂົງເຂດ ແລະ ວິສາຫະກິດ.

TAG
VOV/VOVworld/ການ​ປ່ອຍ​ອາຍ​ພິດ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ