logo

ເປັນ​ເຈົ້າ​ການ​ຮັບ​ມື​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ກັບ ພາ​ຍຸ Bualoi

2025/9/27 | 07:25:39
(VOVWORLD) - ພາຍຸ Bualoi ແມ່ນພາຍຸແຮງ, ອັນຕະລາຍ, ຍາກທີ່ຈະຄາດຄະເນໄດ້ການເດີນທາງຂອງພາຍຸຢ່າງຊັດເຈນ, ພິເສດແມ່ນເມື່ອເຄື່ອນຍ້າຍລຽບຕາມແຄມທະເລ. ເພາະສະນັ້ນ, ຕ້ອງຖືນີ້ແມ່ນກໍລະນີສຸກເສີນ, ກະກຽມຮັບມືຢູ່ລະດັບສູງສຸດ.
ພາບປະກອບ: baohatinh.vn

ເປັນເຈົ້າການຮັບມືຢູ່ລະດັບສູງທີ່ສຸດກັບ ພາຍຸ Bualoi, ຖືຊີວິດອິນຊີ ຂອງປະຊາຊົນຢູ່ແມ່ນສຳຄັນທີ່ສຸດ. ນີ້ແມ່ນຄວາມຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ຮອງຫົວໜ້າຄະນະປະຈຳ ຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ຢູ່ກອງປະຊຸມຜັນຂະຫຍາຍການຮັບມືກັບພາຍຸ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າໂນ້ຍ. ທ່ານຮອນນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັ້ກວ່າ ພາຍຸ Bualoi ແມ່ນພາຍຸແຮງ, ອັນຕະລາຍ, ຍາກທີ່ຈະຄາດຄະເນໄດ້ການເດີນທາງຂອງພາຍຸຢ່າງຊັດເຈນ, ພິເສດແມ່ນເມື່ອເຄື່ອນຍ້າຍລຽບຕາມແຄມທະເລ. ເພາະສະນັ້ນ, ຕ້ອງຖືນີ້ແມ່ນກໍລະນີສຸກເສີນ, ກະກຽມຮັບມືຢູ່ລະດັບສູງສຸດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ:

ກະຊວງກະສິກຳສິ່ງແວດລ້ອມ ແລະ ທ້ອງຖິ່ນສືບຕໍ່ເຮັດແຈ້ງບັນດາສະຖານທີ່ຖືກຜົນສະທ້ອນ, ສ້າງວິທີການ ແລະ ແຜນການຢູ່ເຂດຖືກຜົນສະທ້ອນ. ຂ້າພະເຈົ້າສະເໜີບັນດາອົງການສື່ມວນຊົນຖືນີ້ແມ່ນ ໜ້າທີ່. ລົງຂ່າວກ່ຽວກັບພາຍຸ ຜ່ານໂທລະພາບ, ວິທະຍຸ, ບັນດາອົງການຢູ່ທະເລຄື: ທະຫານປ້ອງກັນຊາຍແດນ, ອົງການກວດກາປ່າ, ຕ່ຳຫຼວດທະເລ ລົງຂ່າວ ດ້ວຍຮູບແບບຕ່າງໆຄື ທາງໂທລະສັບ, ສົ່ງຂໍ້ຄວາມ…

TAG
VOV/VOVworld//ພາຍຸ Bualoi/ການ​ຮັບ​ມື​/ທຳ​ມະ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ