logo

ເປົ້າ​ໝາຍ​ການ​ເຕີບ​ໂຕ 8,3 %ໃນ​ປີ 2025 ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້່ຢ່າງ​ສູງ

2025/10/6 | 10:15:17
(VOVWORLD) - ລະດັບການເຕີບໂຕ GDP ໄຕມາດທີ III/2025 ບັນລຸ 8,23%, ນີ້ແມ່ນລະດັບສູງອັນດັບທີ 2 ໃນໄລຍະ 2011 – 2025, ພາຍຫຼັງໄຕມາດທີ III/2022 (14,38%). 
ພາບປະກອບ: baodautu.vn

ຢູ່ກອງປະຊຸມຖະແຫຼງຂ່າວທີ່ໄດ້ປະກາດຂໍ້ມູນສະຖິຕິເສດຖະກິດສັງຄົມ ໄຕມາດທີ III ແລະ 9 ເດືອນຕົ້ນປີ 2025 ໄດ້ດຳເນີນຕອນເຊົ້າວັນທີ 6 ຕຸລາ, ການນຳກົມສະຖິຕິແລກປ່ຽນກັບສື່ມວນຊົນກ່ຽວກັບກໍລະນີການເຕີບໂຕ GDP ທັງປີ 2025.

ຕາມນັ້ນແລ້ວ, ລະດັບການເຕີບໂຕ GDP ໄຕມາດທີ III/2025 ບັນລຸ 8,23%, ນີ້ແມ່ນລະດັບສູງອັນດັບທີ 2 ໃນໄລຍະ 2011 – 2025, ພາຍຫຼັງໄຕມາດທີ III/2022 (14,38%). ມີຫຼາຍຂົງເຂດເສດຖະກິດປາຍແຫຼມພວມມີທ່າອ່ຽງເຕີບໂຕທີ່ຕັ້ງໜ້າ, ສ້າງທ່ວງທ່າບຸກທະລຸໃນຊຸມເດືອນທ້າຍປີ. ດ້ວຍລລະດັບການເຕີບໂຕຄືປັດຈຸບັນ, ເປົ້າໝາຍການເຕີບໂຕ GDP ທັງປີ 2025ແຕ່ 8,3 ຫາ 8,5%ແມ່ນມີຄວາມເປັນໄປໄດ້. ທ່ານຮອງສາດສະດາຈານ, ປ.ອ ຫງວຽນເທື່ອງລ້າງ, ອາຈານມະຫາວິທະຍາໄລເສດຖະກິດ ມະຫາພາກ ໄຈ້ແຍກວ່າ:

ການລົງທຶນເອກະຊນົເພີ່ມຂຶ້ນ, ການລົງທຶນຕ່າງປະເທດກໍພວມໃນທ່າອ່ຽງດີຂຶ້ນ, ຖືກກັບເປົ້າໝາຍແຕ່ລະປີພວກເຮົາດຶງດູດເງິນປະມານ 31 – 35 ຕື້ USD. ກ່ຽວກັບການສົ່ງອອກນຳເຂົ້າພວກເຮົາເຫັນສະພາບການທີ່ດີທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ປີນີ້, ຫວຽດນາມ ອາດສາມາດລອດເຂົ້າບັນຊີລາຍຊື່ບັນດາປະເທດມີກຳລັງຄວາມສາມາດສູງໃນການສົ່ງອອກນຳເຂົ້າ.

TAG
VOV/VOVworld/ຫວຽດ​ນາມ/ການ​ເຕີບ​ໂຕ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ