logo

ເປົ້າ​ໝາຍ​ສູງ​​ສຸດ​ແມ່ນ​ຈັດ​ຕັ້ງ​ສຳ​ເລັດ​ການ​ເລືອ​ກ​ຕັ້ງ​ຄັ້ງ​ທຳ​ອິດ​ຂອງ​ສັງ​ກາດ​ໃໝ່

2025/11/15 | 08:37:36
(VOVWORLD) - ກອງປະຊຸມມີຄວາມໝາຍພິເສດ, ສ້າງຂີດໝາຍຫັນປ່ຽນຈາກໄລຍະກະກຽມພື້ນຖານການເມືອງ - ນິຕິກຳໄປສູ່ການຜັນຂະຫຍາຍ, ເຂົ້າສູ່ບັນດາວິວັດການລະອຽດຈັດຕັ້ງການເລືອກຕັ້ງໃນຂອບເຂດທົ່ວປະເທດ.
ພາບປະກອບ: TTXVN

ຕອນເຊົ້າວັນທີ 15 ພະຈິກ, ກອງປະຊຸມທົ່ວປະເທດເຊື່ອມຊືມຄຳສັ່ງຊີ້ນຳຂອງກົມການເມືອງ, ຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ເຊິ່ງໄດ້ຈັດຂຶ້ນຢູ່ກອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ (ຢູ່ນະຄອນຫຼວງຮ່າໂນ້ຍ) ແລະ ເຊື່ອມຕໍ່ແບບທາງໄກກັບບັນດາແຂວງ, ຕາແສງໃນທົ່ວປະເທດ. ກອງປະຊຸມມີຄວາມໝາຍພິເສດ, ສ້າງຂີດໝາຍຫັນປ່ຽນຈາກໄລຍະກະກຽມພື້ນຖານການເມືອງ - ນິຕິກຳໄປສູ່ການຜັນຂະຫຍາຍ, ເຂົ້າສູ່ບັນດາວິວັດການລະອຽດຈັດຕັ້ງການເລືອກຕັ້ງໃນຂອບເຂດທົ່ວປະເທດ. ນີ້ກໍ່ແມ່ນກອງປະຊຸມທີ່ໄດ້ເປັນເອກະພາບທາງດ້ານເຈດຈຳນົງ ແລະ ການກະທຳໃນທົ່ວລະບົບການເມືອງ ດ້ວຍເປົ້າໝາຍສູງສຸດແມ່ນຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ໂດຍປະຊາຊົນເລືອກຕັ້ງ ຄັ້ງທຳອິດ ເມື່ອປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ດ້ວຍບັນດາຄວາມຮຽກຮ້ອງຕ້ອງການໃໝ່ສູ່ງກ່ວາກ່ຽວກັບຄວາມສາມາດ, ຄຸນສົມບັດຂອງສະມາຊິກ.


TAG
VOV/VOVworld/ການ​ເລືອກ​ຕັ້ງ/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ