logo

ເປົ້າໝາຍສູງສຸດແມ່ນເພື່ອການພັດທະນາຂອງປະເທດຊາດ

2025/12/4 | 09:17:54
(VOVWORLD) - ຜ່ານບົດລາຍງານສັງລວມຂອງທ່ານເລຂາທິການສະພາແຫ່ງຊາດ, ບັນດາຄຳເຫັນກ່າວປາໄສຂອງບັນດາສະມາຊິກສະພາແຫ່ງຊາດແມ່ນໄດ້ເຫັນດີໂດຍພື້ນຖານຕໍ່ກັບໝາກຜົນທີ່ໄດ້ຍົກອອກມາໃນບົດລາຍງານ.
ທີ່ກອງປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 04 ທັນວາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບບັນດາບົດລາຍງານວຽກງານອາຍຸການ 2021 – 2026 ຂອງປະທານປະເທດ, ລັດຖະບານ, ບັນດາອົງການສູນກາງ, ວຽກງານອາຍຸການສະພາແຫ່ງຊາດຊຸດທີ 15 ຫຼາຍສະບັບ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ຜ່ານບົດລາຍງານສັງລວມຂອງທ່ານເລຂາທິການສະພາແຫ່ງຊາດ, ບັນດາຄຳເຫັນກ່າວປາໄສຂອງບັນດາສະມາຊິກສະພາແຫ່ງຊາດແມ່ນໄດ້ເຫັນດີໂດຍພື້ນຖານຕໍ່ກັບໝາກຜົນທີ່ໄດ້ຍົກອອກມາໃນບົດລາຍງານ. ຕາມນັ້ນແລ້ວ, ໃນອາຍຸການ 2021 – 2026, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ທ່ານປະທານປະເທດ, ລັດຖະບານ, ທ່ານນາຍົກລັດຖະມົນຕີ, ສະພາແຫ່ງຊາດ ແລະ ທົ່ວລະບົບການເມືອງ ຍາມໃດກໍ່ຢຶດໝັ້ນເປົ້າໝາຍແມ່ນການພັດທະນາຂອງປະເທດຊາດ ໃຫ້ພັດທະນາແບບຍືນຍົງ, ກວມລວມ, ຖືປະຊາຊົນເປັນໃຈກາງ.

        ຕີລາຄາສູງອາຍຸການຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ, ທ່ານນາງ ເຈິ່ນທິທູເຟືອກສະມາຊິກສະພາແຫ່ງຊາດແຂວງ ກວາງນາມ, ຢືນຢັນວ່າ:

“GDP ສະເລ່ຍໄລຍະ 2021 2025 ບັນລຸປະມານ 6,3%/ປີ, ສູງກວ່າໄລຍະ 2016 2020 ແມ່ນ 6,25%/ປີ, ສູ້ຊົນປີ 2025 ເພີ່ມຂຶ້ນແຕ່ 8,3 8,5%, ນຳຂອບຂະໜາດພື້ນຖານເສດຖະກິດຂອງ ຫວຽດນາມ ຂຶ້ນເປັນ 510 ຕື້ USD, ຢືນອັນດັບທີ 32 ໃນໂລກ, GDP ສະເລ່ຍຕໍ່ຫົວຄົນບັນລຸ 5.000 USD. ນີ້ແມ່ນສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ກຳລັງຄວາມຕ້ານທານ ແລະ ທ່າຟື້ນຟູຢ່າງແຮງຂອງພື້ນຖານເສດຖະກິດ ຫວຽດນາມ.”

TAG
VOV/VOVworld/​ພື້ນ​ຖານ/ໝາກ​ຜົນ​/​​ຢຶດ​ໝັ້ນ/​ເປົ້າ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ