logo

ເພີ່ມທະວີການນຳໃຊ້ເຕັກໂນໂລຊີໃນການຄຸ້ມຄອງພາສີ, ຫຼຸດຜ່ອນການກໍ່ຄວາມຫຍຸ້ງເຫຍືອງໃຫ້ແກ່ປະຊາຊົນ

2025/12/3 | 07:16:06
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ ຕ້ອງເພີ່ມທະວີການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງພາສີ, ຮັບປະກັນບັນດາເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງ, ຮາກຖານຂໍ້ມູນ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ)

       ໂດຍສືບຕໍ່ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ດັດປັບສຳລັບ 3 ໝວດຮ່າງກົດໝາຍ: ກົດໝາຍວ່າດ້ວຍພາສີລາຍຮັບສ່ວນຕົວ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຄຸ້ມຄອງພາສີ (ສະບັບປັບປຸງ); ກົດໝາຍປັບປຸຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຄຸ້ມຂອງໜີ້ສາທາລະນະ ທີ່ກອງປະຊຸມຄັ້ງທີ 52 ຂອງຄະນະປະຈຳສະພາແຫ່ງຊາດ ໃນຕອນບ່າຍວັນທີ 02 ທັນວາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຖືວ່າ, ການຫຼຸດຜ່ອນສະພາບຕ້ອງອີງໃສ່ການເໜັງຕີງຂອງລາຄາ, ລາຍຮັບ, ຮັບປະກັນໃຫ້ສອດຄ່ອງກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະໄລຍະເວລາ.

        ເມື່ອໃຫ້ຄຳເຫັນກ່ຽວກັບກົດໝາຍວ່າດ້ວຍການຄຸ້ມຄອງພາສີ (ສະບັບປັບປຸງ), ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ ຕ້ອງເພີ່ມທະວີການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງພາສີ, ຮັບປະກັນບັນດາເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງ, ຮາກຖານຂໍ້ມູນ; ຫັນລະບຽບການບໍລະຫານເປັນງ່າຍດາຍ, ຫຼຸດຜ່ອນການກໍ່ຄວາມຫຍຸ້ງເຫຍືອງໃຫ້ແກ່ປະຊາຊົນ, ຜູ້ເສຍພາສີ. ກ່ຽວກັບຮ່າງກົດໝາຍວ່າດ້ວຍລາຍຮັບສ່ວນຕົນ (ສະບັບປັບປຸງ) ແມ່ນຍົກລະດັບລາຍຮັບທີ່ບໍ່ຕ້ອງເສຍພາສີຂອງຄອບຄົວ, ສ່ວນບຸກຄົນດຳເນີນທຸລະກິດຈາກ 200 ລ້ານດົ່ງ ຂຶ້ນເປັນ 500 ລ້ານດົ່ງ/ປີ.

TAG
VOV/VOVworld/​ຄ​ຸ​້ມ​ຂອງ/​ໜີ້​ສາ​ທາ​ລະ​ນະ/ລາ​ຄາ/ລາຍ​ຮັບ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ