logo

ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ

2019/4/4 | 09:27:51
(VOVWORLD) -ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78.

ຕອນເຊົ້າວັນທີ 03 ເມສາ, ສະມາຄົມມິດຕະພາບລະຫວ່າງຫວຽດນາມ - ລາວ ນະຄອນຮ່າໂນ້ຍ ແລະ ໂຮງຮຽນມິດຕະພາບ T78 ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຂອງ ສະມາຄົມໃນປີ 2018 ແລະ ໄລໄຍ 5 ປີ ຈັດຕັ້ງປະຕິບັດໂຄງການ “ພານັກສຶກສາລາວລົງຕົວຈິງຢູ່ເຮືອນຂອງປະຊາຊົນຫວຽດນາມ”.

 ບັນດາຜູ້ແທນຖ່າຍຮູບກັບນັກສຶກສາລາວ ຢູ່ໂຮງຮຽນມິດຕະພາບ T78 (ພາບ: vov)

        ຕາມບົດລາຍງານທີ່ໄດ້ສະເໜີຢູ່ກອງປະຊຸມ, ປີ 2018, ການນໍາຂັ້ນສູງ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ໄດ້ຈັດຕັ້ງບັນດາການຢ້ຽມຢາມເຊິ່ງກັນແລະກັນ ແລະ ບັນດາການເຄື່ອນໄຫວສະເຫຼີມສະເຫຼີມດ້ວຍຫຼາຍຮູບຫຼາຍແບບ ແລະ ແທດຈິງເປັນປະຈໍາ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.

        ກ່ຽວກັບໝາກຜົນຂອງໂຄງການ “ພານັກສຶກສາລາວລົງຕົວຈິງຢູ່ເຮືອນຂອງປະຊາຊົນຫວຽດນາມ” ໃນຕະຫຼອດໄລຍະ 5 ປີ ຜ່່ານມາ, ທ່ານນາງ ເຈິ່ນທິເຟືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:

        “ໂດຍເລີ່ມແຕ່ສົກຮຽນ 2014 2015 ມາຮອດປັດຈຸບັນ,ໂຮງຮຽນມິດຕະພາບ T78 ໄດ້ຈັດຕັ້ງຜັນຂະຫຍາຍໂຄງການດັ່ງກ່າວໃນຕະຫຼອດໄລຍະ 5 ປີຢ່າງລຽນຕິດ, ມີນັກສຶກສາເກືອບ 500 ຄົນເຂົ້າຮ່ວມລາຍການດັ່ງກ່າວ ແລະ ໄດ້ຮັບການສະໜັບສະໜູນຈາກອໍານາດການປົກຄອງທ້ອງຖິ່ນ ແລະ  ປະຊາຊົນທ້ອງຖິ່ນ, ໝາກຜົນຂອງໂຄງການທົດລອງດັ່ງກ່າວໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ແມ່ນພື້ນຖານເພື່ອໃຫ້ໂຮງຮຽນສືບຕໍ່ຜັນຂະຫຍາຍ ແລະ ເປີດກວ້າງໃນຊຸມປີຕໍ່ໄປ”.

        ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78. ພ້ອມທັງແມ່ນສ້າງກາລະໂອກາດ ພົບປະແລກປ່ຽນວັດທະນະທໍາ ແລະ ສ້າງການເຊື່ອມຕໍ່ຄວາມຮັກແພງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ.

TAG
VOV/VOVworld/ໂຮງຮຽນມິດຕະພາບ T78/ລົງຕົວຈິງ/ນັກສຶກສາລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ