logo

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ຕວັກ​ກີ

2025/10/14 | 09:21:05
(VOVWORLD) - ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດ ຕວັກກີ ແນະນຳບັນດາຜະລິດຕະພັນກໍຄືຊອກຫາກຳລັງຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມສາມາດຂອງສອງຝ່າຍ.
ບັນຍາກາດການພົບປະໂອ້ລົມ

ຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນເຈົ້າພາບພິທີຕ້ອນຮັບ ແລະ ການພົບປະໂອ້ລົມກັບທ່ານ Haluk Gorgun, ປະທານອົງການອຸດສາຫະກຳປ້ອງກັນຊາດ ຕວັກກີ (ຂຶ້ນກັບຫ້ອງວ່າການປະທານາທິບໍດີ ສ.ຕວັກກີ). ໃນການພົບປະ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາຢາກເປີດກວ້າງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະ ຫຼາຍຝ່າຍ; ເລື່ອງຊື້ບັນດາເຄື່ອງອຸປະກອນດ້ານປ້ອງກັນຊາດຂອງ ຫວຽດນາມ ຈາກບັນດາຄູ່ຮ່ວມມືນັ້ນ ແມ່ນເພື່ອແນໃສ່ຈຸດປະສົງເພີ່ມທະວີຄວາມສາມາດປ້ອງກັນປະເທດ, ຮັບໃຊ້ຈຸດປະສົງປົກປັກຮັກສາປະເທດຊາດ, ປົກປັກຮັກສາສັນຕິພາບ. ຫວຽດນາມ ໃຫ້ຄວາມເອົາໃຈໃສ່ເຖິງການຮ່ວມມືສາກົນໃນດ້ານອຸດສາຫະກຳປ້ອງກັນຊາດ, ມຸ່ງໄປເຖິງເປົ້າໝາຍເປັນເຈົ້າການໃນການຜະລິດເຄື່ອງອຸປະກອນການທະຫານ.

ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນ, ນຳການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ. ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດອຸດສາຫະກຳປ້ອງກັນຊາດ ຕວັກກີ ແນະນຳບັນດາຜະລິດຕະພັນກໍຄືຊອກຫາກຳລັງຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມສາມາດຂອງສອງຝ່າຍ.

ສ່ວນທ່ານ Haluk Gorgun, ປະທານອົງການອຸດສາຫະກຳປ້ອງກັນຊາດ ຕວັກກີ ຫວັງວ່າ ໃນໄລຍະຈະມາເຖິງ, ສອງປະເທດຈະປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ພ້ອມທັງຕັ້ງໜ້າຄົ້ນຄວ້າ ແນໃສ່ເປີດກວ້າງບັນດາຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນໃໝ່.

TAG
VOV/VOVworld/ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ/ຫວຽດ​ນາມ ແລະ ຕວັກ​ກີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ