logo

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ໂລ​ວາ​ກີ

2025/11/18 | 11:52:44
(VOVWORLD) -   ຕອນເຊົ້າວັນທີ 18 ພະຈິກ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ເປັນປະທານພິທີຕ້ອນຮັບທ່ານ Robert Kalinak, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ, ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 – 20 ພະຈິກ.
ພິທີຕ້ອນຮັບ ທ່ານ Robert Kalinak, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ສະໂລວາກີ

ໃນການເຈລະຈາພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານລັດຖະມົນຕີ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສຸມໃສ່ຮ່ວມມືໃນບັນດາຂົງເຂດ, ເຊັ່ນ: ຊຸກຍູ້ການຮ່ວມມືກ່ຽວກັບການຮັກສາສັນຕິພາບ ສປຊ; ຊຸກຍູ້ການຮ່ວມມືກ່ຽວກັບການບຳລຸງສ້າງ; ໃນນັ້ນ ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມປາດຖະໜາວ່າ ສະໂລວາກີຈະຄົ້ນຄວ້າຮັບທະຫານ ຫວຽດນາມ ເຂົ້າຮ່ວມຊຸດອົບຮົມພາສາ ສະໂລວາກີ ແລະ ບັນດາຂະແໜງສະເພາະທີ່ ສະໂລວາກີ ມີທ່າແຮງ. ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະຮັບທະຫານ ສະໂລວາກີ ມາຮຽນພາສາ ຫວຽດ, ເຂົ້າຮ່ວມຊຸດອົບຮົມນາຍທະຫານສາກົນ. ພ້ອມດຽວກັນນັ້ນ, ສະເໜີໃຫ້ 2 ຝ່າຍຊອກຫາຄວາມສາມາດຮ່ວມໃນບັນດາຂົງເຂດຕ່າງໆ… ທ່ານພົນເອກ ຟານວັນຢາງ ກໍປາດຖະໜາວ່າ ສະໂລວາກີ ມີຄວາມເອົາໃຈໃສ່, ສົ່ງທູດທະຫານມາ ປະຈຳ ຫວຽດນາມ.

ການເຈລະຈາລະຫວ່າງສອງຝ່າຍ

        ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ສະໂລວາກີ Robert Kalinak  ເຫັນດີເປັນເອກະພາບສົ່ງທູດທະຫານ ສະໂລວາກີ ມາປະຈຳ ຫວຽດນາມ; ສະເໜີຈຸດເວລາຈະມາເຖິງ, ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ອຸດສາຫະກຳປ້ອງກັນຊາດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ…

 


TAG
VOV/VOVworld/ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ໂລ​ວາ​ກີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ