logo

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ສອງ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ

2025/9/27 | 06:19:14
(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ວັນທີ 26 ກັນຍາ, ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Oita ຂຶ້ນກັບເຂດ Kyushu  - ທາງທິດໃຕ້ຍີ່ປຸ່ນ.

ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ຢູ່ບັນດາການພົບປະກັບທ່ານ Sato Kiichiro ຜູ້ວ່າການແຂວງ Oita ແລະ ທ່ານ Shima Koichi ປະທານສະພາລັດຖະສະພາທ້ອງຖິ່ນ,  ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເລິກເຊິ່ງກວ່າໃນຫຼາຍຂົງເຂດ.

ສ່ວນການນຳແຂວງ Oita ໄດ້ຢັ້ງຢືນວ່າ ແຂວງ Oita ຖືເປັນສຳຄັນ ແລະ ປາດຖະໜາຢາກ ຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການອອກແຮງງານ ແລະ ການທ່ອງທ່ຽວ, ກໍ່ຄືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ການປຸງແຕ່ງຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳ. ຜູ້ວ່າການແຂວງ ແລະ ທ່ານປະທານສະພາລັດຖະສະພາແຂວງ Oita ກໍ່ສະແດງຄວາມປາດຖະໜາຢາກໄປຢ້ຽມຢາມ ຫວຽດນາມ ໂດຍໄວໃນໄລຍະຈະມາເຖິງ.

TAG
VOV/VOVworld/ຫວຽດ​ນາມ/ຍີ່​ປຸ່ນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ