(vovworld)- ປີ 2012 ແມ່ນປີແຫ່ງຂີດໝາຍຫລາຍເຫດການສຳຄັນໃນການພົວພັນລະຫວ່າງ ອາຊຽນ ແລະ ອິນເດຍ. ຖະແຫລງການວິໄສທັດ “ອາຊຽນ - ອິນເດຍ ປີ 2020” ຫາກໍ່ໄດ້ຮັບການຮັບຮອງເອົາຈາກການນຳສອງຝ່າຍ, ເຊິ່ງເປັນການຢືນຢັນຍົກສູງການພົວພັນລະຫວ່າງ ອາຊຽນ ແລະ ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ເປັນຂີດໝາຍແຫ່ງບາດກ້າວໃຫມ່ທີ່ສຳຄັນໃນການພົວພັນລະຫວ່າງສະຫະສະມາຄົມ ກັບຫນຶ່ງໃນບັນດາຄູ່ຮ່ວມມືເສດຖະກິດໃຫຍ່ຊັ້ນນຳຂອງພາກພື້ນ. ດ້ວຍຈຸດປະສົງເພີ່ມທະວີການຮ່ວມມືລະຫວ່າງ ອິນເດຍ ແລະ ບັນດາປະເທດ ອາຊີຕາເວັນອອກສຽງໃຕ້ ກໍຄືສະເຫລີມສະຫລອງ 20 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ອິນເດຍ - ອາຊຽນ, ກຳປັ່ນກອງທັບເຮືອ ອິນເດຍ ທີ່ມີຊື່ວ່າ: Sudarshini ໄດ້ເດີນທາງເຖິງບັນດາປະເທດສະມາຊິກ ອາຊຽນ ເພື່ອຫັນຈຸດໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.
![]() ກຳປັ່ນກອງທັບເຮືອ Sudarshini ຂອງອິນເດຍເຂົ້າທຽບທ່າ ຕຽນຊາ
ພາບ:qdnd.vn |
ດ້ວຍຈຸດປະສົງເພີ່ມທະວີການຮ່ວມມືລະຫວ່າງ ອິນເດຍ ແລະ ບັນດາປະເທດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ), ກຳປັ່ນກອງທັບເຮືອ Sudarshini ເລີ່ມຕົ້ນການເດີນທາງຈາກ ທ່າກຳປັ່ນ Chennai ປະເທດອິນເດຍ ໃນວັນທີ 29/9/2012 ແລະ ຜ່ານ 9 ປະເທດ ຊຶ່ງລວມມີ: ອິນໂດເນເຊຍ, ມ້ຽນມາ, ບຣູໄນ, ມາເລເຊຍ, ຟິລິບປີນ, ສິງກະໂປ, ຫວຽດນາມ, ກຳປູເຈຍ ແລະ ໄທ. ກຳປັ່ນລຳດັ່ງກ່າວ ມາຢ້ຽມຢາມ 13 ທ່າກຳປັ່ນຂອງ 9 ປະເທດ ດ້ວຍຈຸດປະສົງຊຸກຍູ້ນ້ຳໃຈມິດຕະພາບກັບບັນດາປະເທດດັ່ງກ່າວ. ຜ່ານທ່າກຳປັ່ນແຕ່ລະແຫ່ງ, ກຳປັ່ນດັ່ງກ່າວໄດ້ຮັບລູກເຮືອຂອງປະເທດປະຈຳຖິ່ນ 2 ຄົນເພື່ອແລກປ່ຽນດ້ວຍຈຸດປະສົງເພີ່ມທະວີການພົວພັນສອງຝ່າຍ. ດ້ວຍຈຳນວນນາຍທະຫານເຮືອແລະ ຕຳຫລວດປ້ອງກັນທະເລ 35 ຄົນ, ໃນນັ້ນລວມມີ ກັບຕັນເຮືອ ແລະ ລູກເຮືອ 31 ຄົນ, ກຳປັ່ນ Sudarshini ຄາດວ່າຈະເດີນທະເລດ້ວຍໄລຍະທາງຍາວ 12,217 ໄມທະເລ ກ່ອນຈະກັບຄືນທ່າກຳປັ່ນ Kochi, ອິນເດຍ ໃນວັນທີ 29/3/2013. ທ່ານ Ranjit Rea ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມໃຫ້ຮູ້ວ່າ:
“ການຢ້ຽມຢາມ ບັນດາປະເທດສະມາຊິກ ອາຊຽນ ຂອງກຳປັ່ນກອງທັບເຮືອ ອິນເດຍ ແມ່ນການເດີນທະເລຕາມແລວທາງຂອງນັກຄ້າຂາຍອິນເດຍໃນສະໄຫມກອ່ນທີເຄີຍໄປຜ່ານບັນດາປະເທດ ອາຊຽນ ແຕ່ສັດຕະວັດທີ 10- 11, ສ້າງບັນດາການເຄື່ອນໄຫວດ້ານການຄ້າ, ການພົວພັນແລກປ່ຽນວັດທະນະທຳກັບບັນດາປະເທດ ອາຊຽນ. ການຢ້ຽມຢາມຄັ້ງນີ້ໄດ້ສະແດງໃຫ້ເຫັນການຮ່ວມສຳພັນລະຫວ່າງ ອິນເດຍ ແລະ ອາຊຽນ ໃນຂົງເຂດການຄ້າ, ການພົວພັນແລກປ່ຽນວັດທະນະທຳ, ສາສະຫນາ, ເປັນການພິສູດໃຫ້ເຫັນການພົວພັນລະຫວ່າງ ອິນເດຍ ແລະ ອາຊຽນ ກ້າວເຂົ້າສູ່ລວງເລິກ, ເປັນການຊຸກຍູ້ຄວາມໃກ້ຊິດລະຫວ່າງ ຊາວ ອິນເດຍ ກັບປະຊາຊົນບັນດາປະເທດສະມາຊິກ ອາຊຽນ.”
ນອກຈາກກອງປະຊຸມສຳມະນາດ້ານການຄ້າ ເພື່ອມຸ່ງໄປເຖິງຈຸດໝາຍຍົກສູງວົງເງິນການຄ້າລະຫວ່າງ ອິນເດຍ ແລະ ອາຊຽນ, ກຳປັ່ນກອງທັບເຮືອ ອິນເດຍ ກໍໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນສະແດງດົນຕີ, ແຂ່ງຂັນກິລາອີກດ້ວຍ.
![]() ທ່ານ ຮູ່ນດ໋າມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ Ranjit Rea
ພາບ:daidoanket.vn |
ປະຈຸບັນ ກຳປັ່ນດັ່ງກ່າວໄດ້ຜ່ານ Padang, Bali Manado ຂອງອິນໂດເນເຊຍ, ບຣູໄນ ແລະ Cebu, Manila ຂອງຟິລິບປີນ ແລະ ເດີນທາງຮອດ ດາຫນັງ ໃນຕອນເຊົ້າວັນທີ 1/1/2013. ຢູ່ ຫວຽດນາມ, ນາຍທະຫານ, ລູກເຮືອ ອິນເດຍ ຈະພົບປະແລກປ່ຽນສະແດງສິລະປະ, ວັດທະນະທຳ ແລະ ແຂ່ງຂັນກິລາ ກັບ ກອງບັນຊາການທະຫານເຮືອເຂດ 3, ເຂົ້າຢ້ຽມຢາມຄຸ້ມຖະຫນົນເກົ່າ ໂຮ້ຍອານ, ກຸງເກົ່າເຫ້ວ, ທັດສະນີຍະພາບ ດາຫນັງ. ວັນທີ 4/1/2013, ກຳປັ່ນກອງທັບເຮືອ Sudarshini ຈະເດີນທາງອອກຈາກ ຫວຽດນາມ ສືບຕໍ່ເດີນທະເລຢ້ຽມຢາມບັນດາປະເທດສະມາຊິກອື່ນຂອງ ອາຊຽນ.
ຫວນຄືນໄລຍະເວລາສອງທົດສະວັດຜ່ານມາສະແດງໃຫ້ເຫັນວ່າ, ການພົວພັນລະຫວ່າງ ອາຊຽນ ແລະ ອິນເດຍ ໄດ້ຮັບການເປີດກວ້າງ ແລະ ພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ. ມາຮອດປະຈຸບັນ, ອາຊຽນ ແລະ ອິນເດຍ ໄດ້ລົງນາມໃນສັນຍາແມ່ບາງສະບັບກ່ຽວກັບການຮ່ວມມືເສດຖະກິດຮອບດ້ານ, ສ້າງພື້ນຖານສ້າງຕັ້ງເຂດການຄ້າເສລີ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ອິນເດຍ. ສອງຝ່າຍໄດ້ລົງນາມໃນສັນຍາການຄ້າ ອາຊຽນ - ອິນເດຍ (AITIG), ສັນຍາແກ້ໄຂການພິພາດ ອາຊຽນ - ອິນເດຍ. ປະຈຸບັນ ອິນເດຍ ແມ່ນຄູ່ ຄ້າໃຫຍ່ທີ 6 ຂອງ ອາຊຽນ. ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Ranjit Rea ໄດ້ເນັ້ນຫນັກວ່າ:
“ການພົວພັນລະຫວ່າງ ອິນເດຍ ແລະ ອາຊຽນ ພັດທະນາຢ່າງຈົບງາມໃນປີຜ່ານມາ, ໃນນັ້ນເປັນຫນ້າສົນໃຈ ແມ່ນການຕົກລົງຍົກການພົວພັນລະຫວ່າງ ອິນເດຍ ແລະ ອາຊຽນ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ທີ່ກອງປະຊຸມຂັ້ນສູງ ສະເຫລີມສະຫລອງ 20 ປີ ຊຶ່ງຫາກໍດຳເນີນໄປຢູ່ ອິນເດຍ, ອາຊຽນ ແລະ ອິນເດຍ ໄດ້ສຳເລັດການເຈລະຈາສັນຍາການຄ້າເສລີ (FTA) ກ່ຽວກັບບໍລິການ ແລະ ການລົງທຶນ. ພາຍຫລັງສັນຍາການຄ້າເສລີກ່ຽວກັບສິນຄ້າຊຶ່ງໄດ້ຮັບການລົງນາມເມື່ອປີ 2009, ສັນຍາການຄ້າເສລີກ່ຽວກັບບໍລິການ ແລະ ການລົງທຶນຄາດວ່າໄດ້ຮັບການລົງນາມໃນເດືອນ 8/2013 ຈະຊ່ວຍຍົກວົງເງິນການຄ້າປະຈຳປີລະຫວ່າງ ອິນເດຍ ແລະ ອາຊຽນ ຈາກ 75 ຕື້ USD ໃນປະຈຸບັນ ໃຫ້ຂຶ້ນເຖິງ 200 ຕຶ້ USD ໃນປີ 2020.”
ບັນດາຜົນງານແຫ່ງການຮ່ວມມືຢ່າງຈົບງາມລະຫວ່າງ ອາຊຽນ ແລະ ອິນເດຍ ໃນໄລຍະຜ່ານມາ ພວມແມ່ນປະຖົມປັດໄຈເພື່ອໃຫ້ສອງຝ່າຍຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ ແລະ ໂຄງການຮ່ວມມື, ພິເສດແມ່ນແຜນການດຳເນີນງານໃນໄລຍະຈະມາເຖິງ. ພ້ອມກັນນັ້ນ ການຢ້ຽມຢາມຂອງກຳປັ່ນ Sudashini ແລະ ບັນດາການເຄື່ອນໄຫວອື່ນໆ ຈະຊ່ວຍເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອິນເດຍ ແລະ ອາຊຽນ.




