logo

ເພີ່ມ​ທະວີ​ນໍ້າ​ໃຈ​ສາມັກຄີີ ຫວຽດນາມ - ລາວ - ກໍາປູ​ເຈຍ

2019/12/2 | 12:19:47
(VOVWORLD) - ໃນຂອບເຂດລາຍການພົບປະມິດຕະພາບລະຫວ່າງ ຊາວກະສິກອນສາມປະເທດຫວຽດນາມ - ລາວ - ກໍາປູເຈຍ, ວັນທີ 2 ທັນວາ, ຢູ່ນະຄອນດ່າລາດ ແຂວງເລິມດົ່ງຂອງຫວຽດນາມ ໄດ້ດໍາເນີນລາຍການພົບປະລະຫວ່າງຫົວໜ້າຄະນະຄະນະຜູ້ແທນລາວ ແລະ ຫົວໜ້າຜູ້ແທນກໍາປູເຈຍ ກັບ ການນໍາພັກ, ລັດ ຫວຽດນາມ ແລະ ການນໍາແຂວງເລິມດົ່ງ.
ການພົບປະລະຫວ່າງການນໍາພັກ, ລັດຫວຽດນາມ ແລະ ການນໍາແຂວງ ເລິມດົ່ງ ກັບ ບັນດາຜູ້ຕາງໜ້າຄະນະຜູ້ແທນຊາວກະສິກອນສາມປະເທດ (ພາບ:  TTXVN)

        ກ່າວຄໍາເຫັນໜ້າທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫ໋ຽນ ຊີ້ແຈ້ງວ່່າ ຫວຽດນາມ ຍາມໃດກໍຢັ້ງຢືນແຜນນະໂຍບາຍອັນສະໝີຕົ້ນສະເໝີປາຍແບບພິເສດ ແມ່ນຖືເປັນສໍາຄັນ ແລະ ໃຫ້ບຸລິມະສິດຢ່າງສູງໃນການພົວພັນກັບ ລາວ ແລະ ກໍາປູເຈຍ. ເລື່ອງຜັດປ່ຽນກັນຈັດຕັ້ງບັນດາການເຄື່ອນໄຫວທີ່ຄ້າຍຄືກັນຢູ່ແຕ່ລະປະເທດ ຄວນໄດ້ຮັບການຮັກສາ ເພື່ອສົ່ງເສີມ ແລະ ຊຸກຍູ້ນໍ້າໃຈອອກແຮງງານ, ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງຊາວກະສິກອນສາມປະເທດ.

        ຄາດວ່າ, ເດືອນທັນວາ 2020 ການພົບປະລະຫວ່າງຊາວກະສິກອນສາມປະເທດ ຈະຖືກຈັດຕັ້ງຢູ່ປະເທດ ລາວ ຫຼື ກໍາປູເຈຍ.


TAG
VOV/VOVworld/ຊາວກະສິກອນ/ພົບປະ/ມິດຕະພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ