logo

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ

2019/6/24 | 12:03:08
(VOVWORLD) -ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເປັນຫົວໜ້າຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 24 – 25 ມິຖຸນາ 2019.
ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ແລະ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ (ພາບ:  VGP)

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເປັນຫົວໜ້າຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 24 – 25 ມິຖຸນາ 2019. ຕອນບ່າຍວັນທີ 24 ມິຖຸນາ,ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຈລະຈາ ກັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ສອງຝ່າຍຢືນຢັນ ຈະສືບຕໍ່ເສີມສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ ແລະ ຖືວ່າ ນີ້ແມ່່ນກົດເກນຂອງການພັດທະນາ ມີຄວາມໝາຍເປັນຕາຍ. ສອງຝ່າຍໄດ້ຕີລາຄາສູງໝາກຜົນການຢ້ຽມຢາມ ແລະ ເຮັດວຽກໃນມໍ່ໆມານີ້ ຂອງການນໍາຂັ້ນສູງສອງປະເທດ, ເຫັນດີສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 41 ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ. ສອງຝ່າຍຍັງແລກປ່ຽນກ່ຽວກັບການຮ່ວມມືທີ່ເວທີປາໄສພາກພື້ນ ແລະ ສາກົນ.

 ການເຈລະຈາລະຫວ່າງສອງຝ່າຍ  (ພາບ:  VGP)

        ສິ້ນສຸດການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຊື້-ຂາຍໄຟຟ້າ ຢູ່ໂຮງງານໄຟຟ້ານໍ້າຕົກ ນໍ້າຊໍາ 3 ລະຫວ່າງກຸ່ມບໍລິສັດໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ພົງຊັບທະວີ ຂອງລາວ.

        ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄໍາມີ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.


TAG
VOV/VOVworld/ສັນຍາຊື້-ຂາຍ​ໄຟຟ້າ/ໂຮງງານ​ໄຟຟ້າ​ນໍ້າຕົກ ນໍ້າຊໍາ 3/ຫໍ​ສະພາ​ແຫ່ງ​ຊາດ​ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ