ປະຈຸບັນ, ອັດຕາສະມາຊິກສະພາແຫ່ງຊາດຍິງຢູ່ຫວຽດນາມແມ່ນ 24,4%. ສ່ວນຢູ່ສະພາປະຊາຊົນຂັ້ນຕ່າງໆ, ອັດຕາສະມາຊິກຍິງແມ່ນຕ່ຳກວ່າຕົວເລກນີ້. ຫວຽດນາມພວມສູ້ຊົນບັນລຸຈຸດໝາຍມີອັດຕາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທີ່ເປັນເພດຍິງຢ່າງໜ້ອຍ 35% ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆໃນອາຍຸການ 2016-2021.
![]() ປະຈຸບັນ, ອັດຕາສະມາຊິກສະພາແຫ່ງຊາດຍິງຢູ່ຫວຽດນາມແມ່ນ 24,4% |
ການເຂົ້າຮ່ວມຂອງແມ່ຍິງໃນ ສະພາແຫ່ງຊາດຫວຽດນາມໄດ້ມີຄວາມກ້າວໜ້າພໍສົມຄວນ, ຈາກອັດຕາ 3%ໃນ ສະພາແຫ່ງຊາດຫວຽດນາມຊຸດທີ 1 ໄດ້ເພີ່ມຂຶ້ນເປັນ 24,4%ໃນປະຈຸບັນ. ແຕ່ເພື່ອບັນລຸໄດ້ອັດຕາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທີ່ເປັນເພດຍິງຢ່າງໜ້ອຍ 35% ໃນອາຍຸການ 2016-2021 ນັ້ນ, ບໍ່ແມ່ນວຽກງານທີ່ງ່າຍດາຍ.
ແມ່ຍິງ ແລະ ການເຂົ້າຮ່ວມບັນດາອົງການຜູ້ແທນລາດຊະດອນ
ຕາມທ່ານນາງ ບຸຍທິອານ ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍແລ້ວ, ໃນ ສະພາແຫ່ງຊາດ ແລະ ສະພາປະຊາຊົນຕ້ອງມີບັນດາຜູ້ເປັນຕົວແທນໃຫ້ປະຊາຊົນທຸກຊັ້ນວັນນະ, ບັນດາກຸ່ມສັງຄົມ, ໃນນັ້ນລວມທັງແມ່ຍິງ. ການເຂົ້າຮ່ວມຂອງແມ່ຍິງໃນບັນດາອົງການທີ່ມີສິດອຳນາດນີ້ ແມ່ນຈຳເປັນ ແລະ ຕ້ອງມີອັດຕາສ່ວນທີ່ເໝາະສົມ. ທ່ານນາງ ບຸຍທິອານ ສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ :
“ ຂ້າພະເຈົ້າຄິດວ່າ: ການກຳນົດແມ່ຍິງກວມອັດຕາ 35% ແມ່ນກ້າວໜ້າທີ່ສຸດ ແລະ ແທດເໝາະກັບສະພາບຕົວຈິງ. ປະຈຸບັນ, ບັນຫາທີ່ວາງອອກແມ່ນແມ່ຍິງກວມ 35% ຈະປະສົບກັບຄວາມຫຍຸ້ງຍາກຫຼືບໍ່? ຂ້າພະເຈົ້າຄິດວ່າ ສຳລັບແຕ່ລະທ້ອງຖິ່ນ, ຖ້າຫາກບໍ່ມີການກະກຽມລວງໜ້າ, ກໍຈະມີຄວາມຫຍຸ້ງຍາກ. ຖ້າຫາກຂະແໜງໃດ, ທ້ອງຖິ່ນໃດມີການກະກຽມລວງໜ້າ ແມ່ນຈະບໍ່ປະສົບກັບຄວາມຫຍຸ້ງຍາກແຕ່ຢ່າງໃດ. ພຽງແຕ່ແມ່ນດ້ານກົນໄກເທົ່ານັ້ນ, ເຮັດແນວໃດເພື່ອຮັບປະກັນອັດຕາ 35% ແຕ່ກໍຕ້ອງຮັບປະກັນຄຸນນະພາບ, ສາມາດຊອກຫາບັນດາບຸກຄົນທີ່ດີເດັ່ນໃນໂຄງປະກອບຂອງຕົນ ”
ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນຂົງເຂດການເມືອງ ກໍຍັງປະສັບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນຕົ້ນແມ່ນການເພີ່ມອັດຕາແມ່ຍິງເຂົ້າຮ່ວມໃນບັນດາ ອົງການຜູ້ແທນລາດຊະດອນຢູ່ທ້ອງຖິ່ນ. ສາຍເຫດຕົ້ນຕໍທີ່ພາໄປເຖິງອັດຕາແມ່ຍິງທີ່ເຂົ້າຮ່ວມໃນຄະນະການນຳຢູ່ບັນດາກະຊວງ, ຂະແໜງການ, ຂັ້ນຕ່າງໆ ແບະ ບັນດາທ້ອງຖິ່ນແມ່ນຍັງບໍ່ທັນບັນລຸໄດ້ຕາມຄາດໝາຍ ແມ່ນຍ້ອນວຽກງານວາງແຜນກຳນົດ ຊັບຊ້ອນພະນັກງານ, ລັດຖະກອນເວົ້າລວມ ແລະ ຖັນແຖວພະນັກງານ, ລັດຖະກອນຍິງແມ່ນຍັງຊັກຊ້າ. ນອກຈາກນັ້ນ, ການຜັນຂະຫຍາຍປະຕິບັດວຽກງານພະນັກງານຍິງແມ່ນຂາດລັກສະນະຄົບຊຸດ, ຍັງບໍ່ທັນຕິດພັນກັບການເຄື່ອນໄຫວນຳພາ, ຄຸ້ມຄອງໃນຂັ້ນຕ່າງໆ…ພ້ອມກັນນັ້ນ, ແມ່ຍິງກໍຕ້ອງສະຫງວນເວລາເພື່ອແບກຫາບວຽກບ້ານການເຮືອນອີກດ້ວຍ, ອັນໄດ້ເຮັດໃຫ້ແມ່ຍິງປະສົບກັບຮົ້ວກີດຂວາງກວ່າເມື່ອທຽບໃສ່ເພດຊາຍ. ທ່ານນາງ ໂຮ່ທິຖີ, ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງວິ້ງຟຸກໃຫ້ຮູ້ວ່າ :
“ ບັນດານະໂຍບາຍກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ-ຊາຍແມ່ນຄົບຖ້ວນ, ແຕ່ບັນຫາແມ່ຍິງເຂົ້າຮ່ວມວຽກງານການເມືອງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຜ່ານການຕິດຕາມກວດກາ ກໍຄືໃນຕົວຈິງກໍເຫັນວ່າ ທ້ອງຖິ່ນເກືອບທັງໝົດ ກໍລ້ວນແຕ່ບໍ່ທັນເອົາໃຈໃສ່ເຖິງວຽກງານຄົ້ນພົບ, ກໍ່ສ້າງພະນັກງານຍິງ”
ເພື່ອຄາດໝາຍ 35% ຈຳນວນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແມ່ນເພດຍິງ
ດ້ວຍຄາດໝາຍ35% ຈຳນວນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແມ່ນເພດຍິງນັ້ນ, ບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງແມ່ນເພດຍິງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ທີ່ຈະມາເຖິງນີ້ຢູ່ບັນດາຂົງເຂດທັງໝົດແມ່ນຕ້ອງຮັບປະກັນກ່ຽວກັບອັດຕາສ່ວນ ຊຶ່ງບໍ່ອາດຕ່ຳເກີໄປເມື່ອທຽບໃສ່ເພດຊາຍ. ການສະເໜີຜູ້ອອກສະໝັກຮັບເລືອກຕັ້ງແມ່ນມີບົດບາດສຳຄັນໃນສະຫະພັນແມ່ຍິງຂັ້ນຕ່າງໆ. ທ່ານນາງ ຫງວຽນທີຕຽດ ຮອງປະທານສະຫະພັນແມ່ຍິງຫວຽດນາມໃຫ້ຮູ້ວ່າ ທາງສະຫະພັນ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມໄດ້ລົງນາມໃນເອກະສານກ່ຽວກັບການສະເໜີແມ່ຍິງເຂົ້າຮ່ວມອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ເພື່ອຮັບປະກັນອັດຕາແມ່ຍິງເຂົ້າຮ່ວມ. ທ່ານນາງ ຫງວຽນທີຕຽດ ຮອງປະທານສະຫະພັນແມ່ຍິງຫວຽດນາມຊີ້ແຈ້ງວ່າ :
“ ພວກຂ້າພະເຈົ້າຈະເປີດບັນດາຊຸດອົບຮົມໃຫ້ແກ່ບັນດາພະນັກງານໃນສະຫະພັນ. ບົນພື້ນຖານນັ້ນ, ສະຫະພັນແມ່ຍິງຂັ້ນຕ່າງໆຂອງພວກຂ້າພະເຈົ້າ ກໍສືບຕໍ່ເປີດບັນດາຊຸດອົບຮົມໃຫ້ແກ່ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ກ່ຽວກັບລະດັບຄວາມຮູ້, ທັກສະເມື່ອອອກສະໝັກຮັບເລືອກຕັ້ງ ກໍຄືໃນເວລາກາຍເປັນສະມາຊິກສະພາແຫ່ງຊາດ ກໍຄືສະມາຊິກສະພາປະຊາຊົນຂັ້ນຕ່າງໆ ”
ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະພາປະຊາຊົນຂັ້ນຕ່າງໆໃນອາຍຸການ 2016-2021, ບັນດາຂະແໜງການຂັ້ນຕ່າງໆໄດ້ວາງແຜນກຳນົດພະນັກງານ, ກໍ່ສ້າງກຳລັງພະນັກງານຍິງ. ທ່ານນາງ ຫງວຽນຖີແອງ ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ຖືວ່າ :
“ ການກໍ່ສ້າງກຳລັງພະນັກງານຍິງ ຕ້ອງແມ່ນວຽກງານຍາວນານ ແຕ່ພວກເຮົາຕ້ອງມີວິທີການແກ້ໄຂໃນສະເພາະໜ້າ. ພ້ອມກັນນັ້ນ ກໍສະເໜີວ່າ ເຮັດແນວໃດຕ້ອງເພີ່ມອັດຕາແມ່ຍິງອອກສະໝັກຮັບເລືອກຕັ້ງໃນລະດັບສູງສຸດ ”
ການຍົກສູງອັດຕາແມ່ຍິງເຂົ້າຮ່ວມສະພາແຫ່ງຊາດຫວຽດນາມຊຸດທີ 14 ແລະ ສະພາປະຊາຊົນຂັ້ນຕ່າງໆອາຍຸການ 2016-2021 ແມ່ນວຽກງານທີ່ແທດຈິງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ທັງນີ້ກໍເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ການພັດທະນາຂອງສັງຄົມຫວຽດນາມ.



