logo

ເພື່ອ​ໃຫ້​ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ກາຍ​ເປັນ​ກຳ​ລັງ​ໜູ​ນ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ

2025/12/26 | 11:47:14
(VOVWORLD) - ບັນດາໝາກຜົນທີ່ບັນລຸໄດ້ສ້າງພື້ນຖານເພື່ອນະວັດຕະກຳ ແລະ ການຫັນເປັນດີຈີຕອນກາຍເປັນກຳລັງໜູນພັດທະນາປະເທດຊາດຢ່າງແທ້ຈິງ.
ທ່ານລັດຖະມົນຕີ ຫງວຽນແມັ້ງຮຸ່ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ປີ 2025 ສ້າງຂີດໝາຍຫັນປ່ຽນສຳຄັນຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແມ່ນປີທຳອິດທົ່ວຂະແໜງຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ບັນດາໝາກຜົນທີ່ບັນລຸໄດ້ສ້າງພື້ນຖານເພື່ອນະວັດຕະກຳ ແລະ ການຫັນເປັນດີຈີຕອນກາຍເປັນກຳລັງໜູນພັດທະນາປະເທດຊາດຢ່າງແທ້ຈິງ. ນີ້ແມ່ນເນື້ອໃນຢູ່ກອງປະຊຸມສະຫຼຸບວຽກງານປີ 2025 ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນປີ 2026 ຂອງກະຊວງວິທະຍສາດ ແລະ ເຕັກໂນໂລຢີ, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 26 ທັນວາ ຢູ່ຮ່າໂນ້ຍ.  ກ່ຽວກັບໜ້າທີປີ 2026, ທ່ານລັດຖະມົນຕີ ຫງວຽນແມັ້ງຮຸ່ງ ເນັ້ນໜັກວ່າ:

ປີ 2026 ແມ່ນປີເພີ່ມຄວາມໄວໃນການຜັນຂະຫຍາຍມະຕິເລກທີ 57, ຫັນປ່ຽນຢ່າງແຮງຈາກການສ້າງລະບອບລະບຽບການມາເປັນການສ້າງໝາກຜົນຢ່າງແທ້ຈິງ, ອາດສາມາດວັດແຖກ ແລະ ແຜ່ກະຈາຍໄດ້, ມີຜົນກະທົບຕໍ່ການເຕີບໂຕເສດຖະກິດ, ຕໍ່ຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ສຸມແຫຼ່ງກຳລັງໃຫ້ແກ່ບາງໂຄງການຈຸດສຸມແຫ່ງຊາດແທນທີ່ເຮັດແບບກະແຈກກະຈາຍ.

TAG
VOV/VOVworld/ນະ​ວັດ​ຕະ​ກຳ/ການ​ຫັນ​ເປັນ​ດີ​ຈີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ