logo

ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ ຫຽດ​ນາມ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່​ເມືອງ ບາ​ດິ່ງ, ຮ່າ​ໂນ້ຍ

2025/11/17 | 10:26:16
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແຈ້ງໃຫ້ປະຊາຊົນກຸ່ມ 1, ເມືອງບາດິ່ງຮັບຊາບກ່ຽວກັບບັນດາໝາກຜົນພົ້ນເດັ່ນກ່ຽວກັບເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຜ່ານມາ, ເນັ້ນໜັ້ກວ່າ ໝາກຜົນນີ້ມີການປະກອບສ່ວນຂອງປະຊາຊົນເມືອງບາດິ່ງ ເວົ້າສະເພາະ ແລະ ນະຄອນຫຼວງ ຮ່າໂນ້ຍເວົ້າລວມ.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ  (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປິແຫ່ງວັນສ້າງຕັ້ງ ແນວໂຮມ ເອກະພາບແຫ່ງຊາດ ຫວຽດນາມ (18/11/1930), ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ເຂົ້າຮ່ວມ ວັນບຸນ ມະຫາສາມັກຄີທົ່ວປວງຊົນທັງຊາດ ກັບປະຊາຊົນກຸ່ມ 1, ເມືອງບາດິ່ງ ແລະ ຄູສອນນັກຮຽນໂຮງຮຽນມັດຖະຍົມຕອນປາຍ ຟານດິ່ງຟຸ່ງ ໃນຕອນຄ່ຳວັນທີ 16 ພະຈິກ, ຢູ່ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ.

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແຈ້ງໃຫ້ປະຊາຊົນກຸ່ມ 1, ເມືອງບາດິ່ງຮັບຊາບກ່ຽວກັບບັນດາໝາກຜົນພົ້ນເດັ່ນກ່ຽວກັບເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຜ່ານມາ, ເນັ້ນໜັ້ກວ່າ ໝາກຜົນນີ້ມີການປະກອບສ່ວນຂອງປະຊາຊົນເມືອງບາດິ່ງ ເວົ້າສະເພາະ ແລະ ນະຄອນຫຼວງ ຮ່າໂນ້ຍເວົ້າລວມ. ທ່ານປະທານສະພາແຫ່ງຊາດ ກໍ່ຮຽກຮ້ອງນະຄອນຮ່າໂນ້ຍ ຕ້ອງສຸມໃສ່ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ນະຄອນທີ່ຜ່ານມາ. ທ່ານໃຫ້ຮູ້ວ່າ:

ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ທຸກຂັ້ນຕາມການຊີ້ນຳຢ່າງລະອຽດທີ່ສຸດ, ເປັນຕົ້ນແມ່ນແນວໂຮມປະເທດຊາດພວມຈັດກອງປະຊຸມໃຫຍ່ ແນວໂຮມທຸກຂັ້ນ, ເພື່ອມຸ່ງໄປເຖິງ ກອງປະຊຸມໃຫຍ່ທົ່ວປະເທດ ພາຍຫຼັງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ພະນັກງານແນວໂຮມ, ອົງການມະຫາຊົນ ຕ້ອງຮັກສາ “3 ໃກ້”, ໃກ້ປະຊາຊົນ - ໃກ້ຮາກຖານ - ໃກ້ດີຈີຕອນ; 5 ຕ້ອງ: ຕ້ອງຮັບຟັງ - ຕ້ອງໂອ້ລົມສົນທະນາ - ຕ້ອງເປັນແບບຢ່າງທີ່ດີ - ຕ້ອງຮັບຜິດຊອບ - ຕ້ອງລາຍງານໝາກຜົນ; 4 ບໍ່: ບໍ່ເຮັດແບບຮູບການ - ບໍ່ຫຼີກລ້ຽງ - ບໍ່່ບ່າຍບ່ຽງ - ບໍ່ເຮັດຜິດໜ້າທີ່ຮັບຜິດຊອບ.

ຢູ່ວັນບຸນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຮູບປັ້ນປະທານໂຮ່ຈີມິນ ກັບເມືອງຢາມບ້ານເກີດໃຫ້ແກ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງບາດິ່ງ, ມອບຂອງຂວັນໃຫ້ແກ່ຫົວໜ່ວຍຈັດຕັ້ງວັນບຸນ ແລະ 10 ຄອບຄົວນະໂຍບາຍໃນບໍລິເວນເມືອງບາດິ່ງ.

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ