logo

ເລຂາທິການໃຫຍ່ສະຫະປະຊາຊາດ: ຫວຽດນາມ ເສີມຂະຫຍາຍສຽງເວົ້າຢ່າງແຮງ ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ

2025/10/26 | 07:48:26
(VOVWORLD) - ຕາມທ່ານ António Guterres ແລ້ວ, ຫວຽດນາມ ບໍ່ພຽງແຕ່ມີກຳລັງຄວາມສາມາດ ແລະ ວິຊາສະເພາະທີ່ຈຳເປັນເພື່ອເຂົ້າຮ່ວມການແກ້ໄຂ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງໄຊເບີເທົ່ານັ້ນ
ທ່ານ António Guterres ເລຂາທິການໃຫຍ່ສະຫະປະຊາຊາດ
(ພາບ: TTXVN)

ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າສະໜັບສະໜູນວິວັດທະການປະຕິຮູບສະຫະປະຊາຊາດ ແລະ ອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ ຮຽກຮ້ອງໃຫ້ ຫວຽດນາມ ສືບຕໍ່ມີສຽງເວົ້າຢ່າງແຮງ ໜູນຊ່ວຍສະຫະປະຊາຊາດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ກະທັດລັດ ແລະ ມີປະຕິກິລິຍາທີ່ໄວກວ່າ ຕໍ່ບັນດາສິ່ງທ້າທາຍທົ່ວໂລກ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ António Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໃນການຕອບສຳພາດສື່ມວນຊົນ ຫວຽດນາມ ໃນວັນທີ 25 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມພິທິລົງນາມສົນທິສັນຍາ ແລະ ກອງປະຊຸມຂັ້ນສູງສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).

ຕາມທ່ານ António Guterres ແລ້ວ, ຫວຽດນາມ ບໍ່ພຽງແຕ່ມີກຳລັງຄວາມສາມາດ ແລະ ວິຊາສະເພາະທີ່ຈຳເປັນເພື່ອເຂົ້າຮ່ວມການແກ້ໄຂ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງໄຊເບີເທົ່ານັ້ນ, ຫາກຍັງແມ່ນປະເທດທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ແລະ ໄດ້ຮັບຄວາມເຄົາລົບ ດ້ວຍທີ່ຕັ້ງທີ່ນັບມື້ນັບສູງບົນເວທີການເມືອງ - ການທູດສາກົນ. ທ່ານໃຫ້ຂໍ້ສັງເກດວ່າ ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງລັດທິຫຼາຍຝ່າຍ ແລະ ແມ່ນປະເທດສະໜັບສະໜູນບັນດາຂໍ້ລິເລີ່ມ ແລະ ການເຄື່ອນໄຫວຂອງສະຫະປະຊາຊາດຢ່າງແຮງທີ່ສຸດ.

TAG
VOV/VOVworld/​​ໝັ້ນ​ຄົງ/ໄຊ​ເບີ/​ຂໍ້​ລິ​ເລີ່ມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ