logo

ເລຂາທິການໃຫຍ່ ໂຕເລິມ: ກາລະໂອກາດນຳໃຊ້ເຕັກໂນໂລຊີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ

2025/10/13 | 08:50:47
(VOVWORLD) - ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງ ບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດໂດຍພາຍໃຕ້ການນຳພາຂອງພັກ ແລະ ການບໍລິຫານຢ່າງຂ້ຽວຂາດ, ສ້າງສັນ ຂອງລັດຖະບານ ຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນ ໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງຮອບດ້ານ.
ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມກັບບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຢ້ຽມຊົມງານວາງສະແດງຮູບພາບ

ຕອນເຊົ້າ ວັນທີ 13 ຕຸລາ, ກ່ອນພິທີເປີດກອງປະຊຸມໃຫຍ່ຄະນະຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ່ 1, ສະໄໝປີ 2025-2030 ຈັດຂຶ້ນຢູ່ ຫໍປະຊຸມແຫ່ງຊາດ ມີ້ດິ້ງ (ນະຄອນຫຼວງຮ່າໂນ້ຍ), ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມກັບບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ໄປຢ້ຽມຢາມ ງານວາງສະແດງຮູບພາບ ກ່ຽວກັບຜົນສຳເລັດ, ຜົນງານ ສະໄໝປີ 2021-2025 ຂອງບັນດາຄະນະພັກທີ່ຂຶ້ນກັບຄະນະພັກລັດຖະບານ; ງານວາງສະແດງຜົນສຳເລັດທາງດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອລ; ງານວາງສະແດງຜົນສຳເລັດການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ.

    ໃນຂອບເຂດກອງປະຊຸມໃຫຍ່, ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງ ບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດໂດຍພາຍໃຕ້ການນຳພາຂອງພັກ ແລະ ການບໍລິຫານຢ່າງຂ້ຽວຂາດ, ສ້າງສັນ ຂອງລັດຖະບານ ຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນ ໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງຮອບດ້ານ. ເມື່ອຢ້ຽມຊົມເຂດວາງສະແດງຕາໜ່າງການບໍລິການຫຼາຍຕ່ອງໂສ້ ບັອກເຊັນ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່ານີ້ແມ່ນ ໂອກາດນຳໃຊ້ເຕັກໂນໂລຊີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ ແລະ ຊຸກຍູ້ການເພີ່ມທະວີແຫຼ່ງລາຍຮັບງົບປະມານ.

TAG
VOV/VOVworld/ເຕັກໂນໂລຊີ ບັອກເຊັນ/ສະມັດຕະພາບແຮງງານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ