logo

ເລ​ຂາ​ທິ​ການ​ໃຫຍ່​ ໂຕ​ເລິມ: ຕ້ອງ​ຖື​​ການ​ແກ້​ໄຂ​ຈຸດ​ອຸດ​ຕັນ​ດ້ານ​ລະ​ບອບ​ລະ​ບຽບ​ການ​ແມ່ນ​ໜ້າ​ທີ່​ບຸກ​ທະ​ລຸ​ແຖ້ວ​ໜ້າ

2025/10/15 | 11:07:06
(VOVWORLD) - ຕ້ອງຖືການແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການແມ່ນໜ້າທີ່ບຸກທະລຸແຖວໜ້າ, ສ້າງລະບົບນິເວດ, ປຸກລຸກແຫຼ່ງກຳລັງສັງຄົມຢ່າງແຮງ, ຖືວິສາຫະກິດເປັນໃຈກາງ, ປົດປ່ອຍ ແລະ ລະດົມແຫຼ່ງກຳລັງເອກະຊົນສູງສຸດໃຫ້ແກ່ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 15 ຕຸລາ, ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມສະຫຼຸບເບື້ອງຕົ້ນສະພາບການຜັນຂະຫຍາຍການປະຕິບັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໃນໄຕມາດທີ 3 ແລະ ໜ້າທີ່, ວິທີການແກ້ໄຂຈຸດສຸມໃນທ້າຍປີນີ້, ທ່ານເລຂາທິການໃຫຍ່ ໂຕເລິມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເນັ້ນໜັກວ່າ ຕ້ອງຖືການແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການແມ່ນໜ້າທີ່ບຸກທະລຸແຖວໜ້າ, ສ້າງລະບົບນິເວດ, ປຸກລຸກແຫຼ່ງກຳລັງສັງຄົມຢ່າງແຮງ, ຖືວິສາຫະກິດເປັນໃຈກາງ, ປົດປ່ອຍ ແລະ ລະດົມແຫຼ່ງກຳລັງເອກະຊົນສູງສຸດໃຫ້ແກ່ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ. ທ່ານໃຫ້ຮູ້ວ່າ:

ຕ້ອງເປັນເອກະພາບທິດນຳທີ່ວ່າ ມີການກະທຳຢ່າງເດັດດ່ຽວ, ໂປ່ງໄສ, ສະເໝີຕົ້ນສະເໝີປາຍ, ຄືຈິດໃຈຊີ້ນຳຂອງກອງປະຊຸມຄັ້ງທີ 13, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ສາມຈຸດສຸມ - ສາມເປີດເຜີຍ - ໄມ້ວັດແທກໜຶ່ງ.

TAG
VOV/VOVworld/​ລະ​ບອບ​ລະ​ບຽບ​ການ​/ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ