logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕ້ອງ​ສ້າງ​ກົນ​ໄກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ສຽງ​ເວົ້າ​ຢ່າງ​ແທດ​ຈິງ, ມີ​ສິດ​ຕິດ​ຕາມກວດ​ກ​າ​ຢ່າງ​ແທດ​ຈິງ

2025/11/4 | 11:44:15
(VOVWORLD) -  “ຖືປະຊາຊົນເປັນໃຈກາງ ໝາຍຄວາມວ່າຕ້ອງສ້າງກົນໄກເພື່ອໃຫ້ປະຊາຊົນມີສຽງເວົ້າຢ່າງແທດຈິງ, ມີສິດຕິດຕາມກວດກາຢ່າງແທດຈິງ, ມີໂອກາດເຂົ້າຮ່ວມບັນດາບັນຫາຢ່າງແທດຈິງ”. 

ນີ້ແມ່ນຄຳເນັ້ນໜັກຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໃນຕອນບ່າຍວັນທີ 04 ພະຈິກ ເມື່ອກ່າວຄຳເຫັນໃນວາລະປຶກສາຫາລືຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ກ່ຽວກັບຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: quochoi.vn)

        ເມື່ອຢັ້ງຢືນທິດນຳ “ຖືປະຊາຊົນເປັນໃຈກາງ”, ປະຊາຊົນບໍ່ພຽງແຕ່ແມ່ນເປົ້າໝາຍຊົມໃຊ້ເທົ່ານັ້ນ ຫາກຍັງແມ່ນເຈົ້າກຳເຂົ້າຮ່ວມ, ຕິດຕາມກວດກາ, ຕີລາຄາ, ຮ່ວມເດີນທາງ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບກົນໄກເພື່ອໃຫ້ພັກນຳພາຢ່າງເດັດຂາດ, ຮອບດ້ານ ແຕ່ບໍ່ເຮັດແທນ, ບໍ່ອ້າງເຫດຜົນປົກປ້ອງກັນ, ບໍ່ຜ່ອນຜັນ; ລັດຖະບານຄຸ້ມຄອງ, ບໍລິຫານຕາມກົດໝາຍ, ກ້າຮັບຜິດຊອບດ້ວຍຕົນເອງ; ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ກາຍເປັນຂົວຕໍ່ທີ່ໄວ້ເນື້ອເຊື່ອໃຈລະຫວ່າງພັກ, ລັດກັບປະຊາຊົນ.

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

        ເມື່ອແບ່ງປັນກ່ຽວກັບ 18 ຈຸດບຸກທະລຸໃນຮ່າງເອກະສານກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດມີການປະກອບສ່ວນຢ່າງກົງໄກກົງມາ, ຈະແຈ້ງ, ຕອບສອງຄຳຖາມທີ່ສຳຄັນທີ່ສຸດ, ລວມມີ: 18 ຈຸດໃໝ່ນັ້ນ ມີຂອບຂະໜາດພຽງພໍຫຼືບໍ ແລະ ຍັງມີບັນຫາໃດແດ່ທີ່ຍັງບໍ່ທັນໄດ້ລະບຸຢ່າງຖືກຕ້ອງໃນເອກະສານ? ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ເລື່ອງເຮັດແຈ້ງບັນດາບັນຫາດັ່ງກ່າວ ຈະຊ່ວຍໃຫ້ເອກະສານໄດ້ຮັບການຫັນເປັນລະບອບລະບຽບການ, ເຂົ້າສູ່ຊີວິດ, ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ ໂດຍໄວ.

TAG
VOV/VOVworld/ຮ່າງເອກະສານກອງປະຊຸມໃຫຍ່ຊຸດທີ XIV ຂອງພັກ/ປະ​ກອບ​ຄຳ​ເຫັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ