logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່ານ Vincent Clerc - ຜູ້​ອຳ​ນວຍ​ການ​ກຸ່ມ​ບໍ​ລິ​ສັດ A.P.Moller – Maersk

2025/11/19 | 09:27:57
(VOVWORLD) - ຕອນບ່າຍວັນທີ 18 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Vincent Clerc, ຜູ້ອຳນວຍການກຸ່ມບໍລິສັດ A.P.Moller – Maersk (ແດນມາກ).
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Vincent Clerc, ຜູ້ອຳນວຍການກຸ່ມບໍລິສັດ A.P.Moller – Maersk (ພາບ: VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍແຜນການເປີດກວ້າງການລົງທຶນຂອງກຸ່ມບໍລິສັດ A.P.Moller – Maersk (ແດນມາກ) ຢູ່ ຫວຽດນາມ ໃນການພັດທະນາລະບົບທ່າກ່ຳປັ່ນສີຂຽວ, ອັດສະລິຍະ, ການບໍລິການ logistics.... ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດເພື່ອພັດທະນາບັນດາໂຄງການ logistics, ເຊື່ອມຕໍ່ກັບບັນດາເຂດພາກ, ຕົວເມືອງໃຫຍ່, ເຂດອຸດສາຫະກຳຢູ່ພາຍໃນປະເທດ ແລະ ກັບໂລກ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ນອນໃນກຸ່ມ 20 ພື້ນຖານເສດຖະກິດທີ່ມີຂອບຂະໜາດການຄ້າສາກົນໃຫຍ່ສຸດໃນໂລກ ແລະ ພວມຍູ້ແຮງການພັດທະນາໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມຄົບຊຸດ, ກວ້າງຂວາງ ແລະ ລຸລ່ວງເພື່ອເພີ່ມກຳລັງແຮງແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ.

        ສ່ວນຜູ້ອຳນວຍການບໍລິຫານກຸ່ມບໍລິສັດ A.P.Moller – Maersk, ທ່ານ Vincent Clerc ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດ. ທ່ານປາດຖະໜາວ່າ ຈະມີຫຼາຍໂອກາດລົງທຶນເພື່ອສ້າງບັນດາທ່າກ່ຳປັ່ນຂົນສົ່ງຄອນແທັນເນີໃຫຍ່, ທັນສະໄໝ ແລະ ສີຂຽວ ກໍຄືບັນດາໂຄງການ logistics ຍຸດທະສາດຢູ່ ຫວຽດນາມ. 


TAG
VOV/VOVworld/ກຸ່ມ​ບໍ​ລິ​ສັດ A.P.Moller – Maersk/ເລ​ຂາ​ທິ​ການ​ໃຫຍ່

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ