logo

ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ, ປະ​ທານ​ປະ​ເທດ ເລືອງ​ເກືອງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ ປະ​ທານ​ສະ​ພາ Duma ແຫ່ງ​ຊາດ ລັດ​ເຊຍ Vyacheslav Volodin

2025/9/29 | 15:26:13
(VOVWORLD) - ຫວຽດນາມ ຍາມໃດກໍ່ຢາກພັດທະນາຢ່າງຮອບດ້ານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ລັດເຊຍ, ສົມກັນເປັນຕຳແໜ່ງຂອງສອງປະເທດໃນນະໂຍບາຍການຕ່າງປະເທດຂອງກັນ ແລະ ປະຫວັດສາດການພົວພັນທີ່ດີງາມທີ່ສຸດລະຫວ່າງສອງປະເທດ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Vyacheslav Volodin  ປະທານ Duma ແຫ່ງຊາດ ລັດເຊຍ (ພາບ: VOV)

ຕອນເຊົ້າວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Vyacheslav Volodin  ປະທານ Duma ແຫ່ງຊາດ ລັດເຊຍ (ສະພາຕ່ຳ)ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ສອງສະພາແຫ່ງຊາດ ຫວຽດາມ ແລະ Duma ແຫ່ງຊາດ ສະພາແຫງ່ຊາດ ລັດເຊຍ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຢາກພັດທະນາຢ່າງຮອບດ້ານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ລັດເຊຍ, ສົມກັນເປັນຕຳແໜ່ງຂອງສອງປະເທດໃນນະໂຍບາຍການຕ່າງປະເທດຂອງກັນ ແລະ ປະຫວັດສາດການພົວພັນທີ່ດີງາມທີ່ສຸດລະຫວ່າງສອງປະເທດ.

ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ກໍ່ໃຫ້ການຕ້ອນຮັບ ປະທານ Duma ແຫ່ງຊາດ ລັດເຊຍ . ທີການຕ້ອນຮັບທ່ານປະທານປະເທດ ເລືອງເກືອງ ສະເໜີສະຫະພັນ ລັດເຊຍ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບທະເລຕາເວັນອອກ, ພິເສດແມ່ນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສປຊ ແລະ ສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ໃນຂະນະນັ້ນ, ທີ່ການພົບປະກັບທ່ານ Vyacheslav Volodin, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Duma ແຫ່ງລັດ ລັດເຊຍໜູນຊ່ວຍການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນເພື່ອແນໃສ່ບັນລຸໄດ້ເປົ້າໝາຍນຳວົງເງິນການຄ້າສອງຝ່າຍຂຶ້ນເຖິງ 15 ຕື້ USD ໂດຍໄວ.

TAG
VOV/VOVworld/ຫວຽດ​ນາມ/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ