logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຮ່າ​ໂນ້ຍ ກ່ອນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

2025/9/23 | 14:22:42
(VOVWORLD) -   ຕອນບ່າຍວັນທີ 23 ກັນຍາ ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກໃນຄະນະຜູ້ແທນສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກທີ 1 ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຂອງ 11 ຕາແສງ; ລາຍງານແຜນການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ຮັບຟັງບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

        ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ແຈ້ງໃຫ້ບັນດາຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ, ຄາດວ່າ ຈະດຳເນີນໃນເດືອນມັງກອນ 2026 ແລະ ກ່ຽວກັບສະພາບການເສດຖະກິດສັງຄົມຂອງປະເທດຊາດ. ໃນການພົບປະ, ເມື່ອຕອບຄຳເຫັນຂອງບັນດາຜູ້ມີສິດເລືອກຕັ້ງກ່ຽວກັບບັນຫາແກ້ໄຂລະບຽບການບໍລິຫານຢູ່ຂັ້ນຮາກຖານ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າ ບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ແມ່ນຖືກຕ້ອງຊັດເຈນ. ນີ້ກໍແມ່ນບັນດາບັນຫາ ເຊິ່ງກົມການເມືອງ, ຄະນະເລຂາທິການ ໃຫ້ຄວາມເອົາໃຈໃສ່ຊີ້ນຳພິຈາລະນາເປັນປະຈຳ. ໂດຍລວມແລ້ວ, ກົງຈັກການຈັດຕັ້ງຂອງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຂອງທ້ອງຖິ່ນຕ່າງໆເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ໄດ້ເຂົ້າສູ່ການເຄື່ອນໄຫວເທື່ອລະກ້າວ ແລະ ມີປະສິດທິຜົນ. ເຖິງຢ່າງໃດກໍຕາມ, ໂດຍແມ່ນຮູບແບບໃໝ່, ສະນັ້ນ ກໍບໍ່ສາມາດຫຼີກລ້ຽງຄວາມຫຍຸ້ງຍາກ, ບັນຫາທີ່ຍັງບໍ່ທັນສອດຄ່ອງ, ຕ້ອງສືບຕໍ່ປັບປຸງໃຫ້ສົມບູນແບບ, ໂດຍສະເພາະແມ່ນຢູ່ຂັ້ນ ຕາແສງເຄື່ອນໄຫວຖືກຕ້ອງຕາມພາລະໜ້າທີ່ ແລະ ຮັບໃຊ້ປະຊາຊົນເປັນດີກວ່າເກົ່າ”.

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ ຮ່າ​ໂນ້ຍ/ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10/ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ