logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສ້າງ​ຖັນ​ແຖນ​ພະ​ນັກ​ງານ​ສືບ​ຂ່າວລັບ​ມີ​ຈິນ​ຕະ​ນາ​ການ​ດ້ານ​ວິ​ຊາ​ກ​ານ​ທີ່​ດີ

2025/10/18 | 08:07:08
(VOVWORLD) - ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າໃນສະພາບການໂລກ ແລະ ພາກພື້ນ ພວມຢູ່ໃນໄລຍະປ່ຽນແປງ ວາງອອກຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ທີ່ນັບມື້ນັບສູງກວ່າ ສຳລັບຂະແໜງສືບຂ່າວລັບ ປ້ອງກັນປະເທດ.
ທ່ານເລຂາທິການໃຫຍ່ ໂຕເລິມຖ່າຍຮູບກັບບັນດາ ພົນທະຫານກົມໃຫຍ່ II , ກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: VOV)

ຕອນເຊົ້າວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ກົມໃຫຍ່ II ກອງທັບປະຊາຊົນ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ຂອງຕົນ (25/10/1945 - 25/10/2025) ແລະ ຕ້ອນຮັບ ຫຼຽນໄຊ ໂຮ່ຈີມິນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ເຂົ້າຮ່ວມພິທີກໍ່ຍັງມີທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ບັນດາການນຳ, ອະດີດການນຳພັກ, ລັດ.

ເນັ້ນໜັ້ກເຖິງບັນດາການປະກອບສ່ວນຂອງກົມໃຫຍ່ II ໃນ 80 ປີຜ່ານມາ, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າໃນສະພາບການໂລກ ແລະ ພາກພື້ນ ພວມຢູ່ໃນໄລຍະປ່ຽນແປງ ວາງອອກຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ທີ່ນັບມື້ນັບສູງກວ່າ ສຳລັບຂະແໜງສືບຂ່າວລັບ ປ້ອງກັນປະເທດ. ເພື່ອປະຕິບັດສຳເລັດໜ້າທີ່ໃນສະພາບການໃໝ່, ທ່ານເລຂາທິການໃຫຍ່ ຮຽກຮ້ອງ ອົງການສືບຂ່າວລັບ ປ້ອງກັນປະເທດ ສືບຕໍ່ປະຕິບັດບົດບາດເປັນອົງການສືບຂ່າວຍຸດທະສາດຂອງພັກ, ລັດໃຫ້ເປັນຢ່າງດີ ແລະ ເປັນອົງການສືບຂ່າວດ້ານວິຊາການການທະຫານຂອງ ຄະນະພັກກອງທັບ, ກະຊວງປ້ອງກັນປະເທດ.

TAG
VOV/VOVworld/ການ​ສືບ​ຂ່າວ​ລັບ/ກອງ​ທັບ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ