logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລະລຶກ​ກິດ​ຈະ​ກຳ​ກໍ່​ສ້າງ​ໂຮງ​ຮຽນ​ກິນນອນ​ ນາ​ງ່ອຍ, ແຂວງ ເງະ​ອານ

2025/10/11 | 14:36:00
(VOVWORLD) - ວັນທີ 11 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີວາງສີລະລຶກກິດຈະກຳກໍ່ສ້າງໂຮງຮຽນສາມັນກິນນອນລະຫວ່າງຂັ້ນຖະຖົມ ແລະ ມັດທະນາຍົມຕອນຕົ້ນ ນາງອຍ ຢູ່ຕາແສງ ນາງອຍ (ແຂວງ ເງະອານ). 
ພິທີວາງສີລາລຶກ (ພາບ: TTXVN)

ນີ້ແມ່ນກິດຈະກຳທີ່ໄດ້ຮັບການຜັນຂະຫຍາຍຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການລົງທຶນກໍ່ສ້າງໂຮງຮຽນສາມັນກິນນອນລະຫວ່າງຊັ້ນປະຖົມ, ມັດທະຍົມຕອນຕົ້ນ 248 ແຫ່ງຢູ່ບັນດາຕາແສງເຂດຊາຍແດນ.

        ໂຮງຮຽນແຫ່ງດັ່ງກ່າວໄດ້ຮັບການລົງທຶນກໍ່ສ້າງດ້ວຍພື້ນຖານວັດຖຸທີ່ທັນສະໄໝ. ເມື່ອນຳເຂົ້າເຄື່ອນໄຫວ, ກິດຈະກຳນີ້ສາມາດຊ່ວຍໃຫ້ນັກຮຽນກວ່າ 1.900 ຄົນຢູ່ເຂດຊາຍແດນ ຫວຽດນາມ - ລາວ ຮ່ຳຮຽນ.

        ກ່າວຄຳເຫັນທີ່ພິທີວາງສີລາລຶກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການລົງທຶນກໍ່ສ້າງໂຮງຮຽນກິນນອນລະຫວ່າງຊັ້ນຮຽນ 248 ແຫ່ງ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດທີ່ເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດທີ່ມີຕໍ່ພໍ່ແມ່ປະຊາຊົນເຂດຊາຍແດນ, ເຂດຫ່າງໄກສອກຫຼີກ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ມອບຂອງຂວັນຫຼາຍພຸດໃຫ້ແກ່ນັກຮຽນ ແລະ ຄອບຄົບທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍຕາແສງ ນາງອຍ.

 
TAG
VOV/VOVworld/ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ/ກໍ່​ສ້າງ​ໂຮງ​ຮຽນ​ກິນນອນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ