logo

​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ໄປ​ຍັງ Helsinki, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແຟງ​ລັງ ຢ່າງ​ເປັນ​ທາງ​ການ

2025/10/21 | 09:41:39
(VOVWORLD) - ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຍັງ Helsinki, ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ເດີນທາງໄປຍັງ Helsinki

ຕອນແລງວັນທີ 20 ຕຸລາ (ຕາມເວລາທ້ອງຖິ່ນ, ແມ່ນກາງຄືນວັນທີ 20 ຕຸລາ ຕາມເວລາ ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຍັງ Helsinki, ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ Alexander Stubb ປະທານາທິບໍດີ ສ. ແຟງລັງ.

ທ່ານເລຂາທິການໃຫຍ່ ແລະ ພັນລະຍາເດີນທາງໄປຮອດສະໜາມບິນສາກົນ Helsinki

ອອກຕ້ອນຮັບທ່ານເລຂາທິການໃຫຍ່ ແລະ ພັນລະຍາຢູ່ສະໜາມບິນສາກົນ Helsinki ມີທ່ານ Mika Koskinen, ຫົວໜ້າກົມພິທີການ ກະຊວງການຕ່າງປະເທດ ແຟງລັງ; ທ່ານ Pekka Juhani Voutilaine ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ; ທ່ານນາງ ຟ້າມທິແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແຟງລັງ ພ້ອມດ້ວຍຜູ້ຕາງໜ້າພະນັກງານສະຖານທູດ ຫວຽດນາມ ປະຈຳ ແຟງລັງ.

TAG
VOV/VOVworld/ແຟງ​ລັງ/ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ