logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເພີ່ມ​ທະ​ວີ​ການ​ນຳ​ພາ​ເດັດ​ຂາດ, ໂດຍ​ກົງ​ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ພັກ​ຕໍ່​ກອງ​ທັບ

2025/9/30 | 11:11:02
(VOVWORLD) - ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ 12 ອາຍຸການ 2025 – 2030 ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ. ກອງປະຊຸມໃຫຍ່ ເປັນຂີດໝາຍສຳຄັນພິເສດ ສຳລັບໜ້າທີ່ກໍ່ສ້າງ ແລະ ພັດທະນາກອງທັບໃນສັງກາດໃໝ່.
ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່

        ເມື່ອກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ, ຢັ້ງຢືນວ່າ ກອງທັບຕ້ອງແມ່ນກຳລັງຫຼັກແຫຼ່ງປະຕິບັດບັນດາໜ້າທີ່, ຢຶດໝັ້ນກັບແນວທາງການທະຫານ, ກອງທັບຂອງພັກ, ລັດກ່ຽວກັບການທະຫານ, ກອງທັບ; ພິເສດແມ່ນແນວທາງປ້ອງກັນຊາດທົ່ວປວງຊົນ, ນະໂຍບາຍປ້ອງກັນຊາດດ້ວຍລັກສະນະສັນຕິພາບ ແລະ ປ້ອງກັນຕົວ; ປະຕິບັດບັນດາທິດນຳອີງໃສ່ປະຊາຊົນ, ຖືປະຊາຊົນເປັນກົກ, ເປັນເຈົ້າກຳ, ເປັນໃຈກາງຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ເປັນຢ່າງດີ. ທ່ານກ່າວວ່າ:

        “ຢຶດໝັ້ນກໍ່ສ້າງກອງທັບມີຄວາມເຂັ້ມແຂງດ້ານການເມືອງ, ປະກອບສ່ວນຮັກສາ ແລະ ເພີ່ມທະວີການນຳພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບ. ນີ້ແມ່ນຫຼັກໝັ້ນທີ່ບໍ່ປ່ຽນແປງໃນການສ້າງກອງທັບແບບໃໝ່, ປະຕິວັດ, ຈາກປະຊາຊົນ, ໂດຍປະຊາຊົນເພື່ອຕໍ່ສູ້, ຕິດພັນຢ່າງສະໜິດແໜ້ນກັບປະຊາຊົນ. ໃນນັ້ນ, ຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດ ແລະ ຄະນະພັກຂັ້ນຕ່າງໆ, ຊີ້ນຳທຸກຂັ້ນໃນທົ່ວກອງທັບ ຕ້ອງໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງປັດໄຈການເມືອງ, ນ້ຳໃຈໃຫ້ແກ່ທະຫານ, ຮັບປະກັນກອງທັບຍາມໃດກໍຢຶດໝັ້ນກັບລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ທັດສະນະ, ແນວທາງຂອງພັກ, ຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ຍາມໃດກໍແມ່ນກຳລັງການເມືອງ, ກຳລັງຕໍ່ສູ້ມີຄວາມຈົງຮັກພັກດີ, ໄວ້ເນື້ອເຊື່ອໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຢ່າງເດັດຂາດ”.

TAG
VOV/VOVworld/ຄະ​ນ​ະ​ພັກ​ກອງ​ທັບ​ສູນ​ກາງ/ກະ​ຊວງ​ປ້ອງ​ກັນ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ