logo

ເລີ່ມຕົ້ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ ແລະ ວັດ​ທະ​ນະ​ທຳ APEC 2027

2025/12/23 | 10:26:37
(VOVWORLD) - APEC 2027 ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນຈະດຳເນີນຫຼາຍກິດຈະກຳໃນປີ, ຄາດວ່າຈະມີ 5 ກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM), 8 ກອງປະຊຸມຂັ້ນລັດຖະມົນຕີ ແລະ ຈຸດສຸມແມ່ນສັບປະດາສຸດຍອດ APEC ຢູ່ຝຸກວັກ, ອານຢາງ ດ້ວຍບັນດາເຫດການເປັນໜ້າສົນໃຈ
. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ອະນຸກຳມະການ ໂຄສະນາ ແລະ ວັດທະນະທຳ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027 ໄດ້ດຳເນີນກອງປະຊຸມວາລະທຳອິດ. ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງການຕ່າງປະເທດ ໄດ້ປະກາດຂໍ້ຕົກລົງສ້າງຕັ້ງອະນຸກຳມະການ ໂຄສະນາ ແລະ ວັດທະນະທຳ ຂອງຄະນະກຳມະການແຫ່ງຊາດ APEC 2027 ໂດຍທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນຫົວໜ້າອະນຸກຳມະການ.

APEC 2027 ໂດຍຫວຽດນາມເປັນເຈົ້າພາບຈັດຂຶ້ນຈະດຳເນີນຫຼາຍກິດຈະກຳໃນປີ, ຄາດວ່າຈະມີ 5 ກອງປະຊຸມເຈົ້າໜ້າທີ່ອະວຸໂສ (SOM), 8 ກອງປະຊຸມຂັ້ນລັດຖະມົນຕີ ແລະ ຈຸດສຸມແມ່ນສັບປະດາສຸດຍອດ APEC ຢູ່ຝຸກວັກ, ອານຢາງ ດ້ວຍບັນດາເຫດການເປັນໜ້າສົນໃຈຄື: ກອງປະຊຸມລະຫວ່າງ ລັດຖະມົນຕີການຕ່າງປະເທດ - ເສດຖະກິດ, ກອງປະຊຸມສຸດຍອດ ວິສາຫະກິດ, ກອງປະຊຸມຂອງບັນດາການນຳເສດຖະກິດ APEC. ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

ປີ APEC 2027 ບໍ່ພຽງແຕ່ແມ່ນໜ້າທີ່ສາກົນເທົ່ານັ້ນ ຫາກພວກເຮົາເປັນເຈົ້າພາບຈັດຕັ້ງເພື່ອຢັ້ງຢືນຕົນເອງຕໍ່ບັນດາສະມາຊິກໃນ APEC. ນີ້ແມ່ນໂອກາດທີ່ດີທີ່ສຸດເພື່ອໃຫ້ພວກເຮົາໂຄສະນາກ່ຽວກັບພາບພົດຂອງປະເທດຊາດເຖິງປະຊາຄົມສາກົນ, ສ້າງຫຼາຍໂອກາດຕື່ມອີກ, ໃນນັ້ນມີທັງໂອກາດກ່ຽວກັບເສດຖະກິດ, ໂອກາດໃຫ້ແກ່ການພັດທະນາ ຫຼືສ້າງກຳລັງໜູນໃຫ້ແກ່ເຂດພິເສດຝຸກວັກ, ອານຢາງ.

TAG
VOV/VOVworld/ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ/ວັດ​ທະ​ນະ​ທຳ/APEC 2027

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ