logo

ເລີ່ມ​ລົງ​ມື​ກໍ່​ສ້າງ, ເປີດ​ນຳ​ໃຊ້ 234 ໂຄງ​ການ​ໃຫຍ່​ທີ່​ມີ​ມູນ​ຄ່າ 136 ຕື້ USD ພ້ອມ​ກັນ

2025/12/19 | 11:05:04
(VOVWORLD) -   ຕອນເຊົ້າວັນທີ 19 ທັນວາ, ມີ 234 ກິດຈະກຳ, ໂຄງການໃນບໍລິເວນ 34 ແຂວງ, ນະຄອນ ໄດ້ຮັບການລົງມືກໍ່ສ້າງ, ເປີດນຳໃຊ້ ແລະ ນໍາເຂົ້າໃຊ້ງານພ້ອມກັນ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XIV ຂອງພັກກອມມູນິດ ຫວຽດນາມ. ດ້ວຍລວມມູນຄ່າລົງທຶນທັງໝົດ 136 ຕື້ USD.
ທ່ານ  ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນພິທີ

ເມື່ອກ່າວຄຳເຫັນໃນພິທີເລີ່ມລົງມືກໍ່ສ້າງເຂດຕົວເມືອງກິລາ Olympic, ຢູ່ຕາແສງ ເທື້ອງຝຸກ, ຮ່າໂນ້ຍ, ທ່ານ  ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

        “ນີ້ແມ່ນບັນດາກິດຈະກຳ, ໂຄງການທີ່ມີຂອບຂະໜາດໃຫຍ່, ສວມບົດບາດສຳຄັນເປັນພິເສດໃນການພັດທະນາເສດຖະກິດສັງຄົມ ດ້ວຍບັນດາຈຸດດີທີ່ສຸດ. ບັນດາກິດຈະກຳ, ໂຄງການທີ່ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໄລຍະຜ່ານມາ ແລະ ໃນມື້ນີ້ ໄດ້ສະແດງໃຫ້ເຫັນຈິນຕະນາການວິໄສທັດ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງປະຊາຊົນ ແລະ ຊາດ ຫວຽດນາມ. ນີ້ແມ່ນປະຖົມປັດໄຈເພື່ອມີລະບົບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດໃນສັງກາດໃໝ່”.

ບັນຍາກາດຂອງພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ບັນດາໂຄງການ, ກິດຈະກຳ

        ໃນປີ 2026 ແລະ ໄລຍະຈະມາເຖິງ, ເພື່ອປະຕິບັດສຳເລັດ 2 ເປົ້າໝາຍຍຸດທະສາດ 100 ປີ, ພັກ, ລັດ ຫວຽດນາມ ໄດ້ກຳນົດເປົ້າໝາຍສູ້ຊົນບັນລຸລະດັບເຕີບໂຕ 2 ຕົວເລກ, ໃນນັ້ນ ການພັດທະນາພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ສືບຕໍ່ໄດ້ຮັບການກຳນົດຢ່າງຈະແຈ້ງວ່າ ແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ມອບຫຼຽນໄຊແຮງງານຊັ້ນສາມໃຫ້ແກ່ 6 ໝູ່ຄະນະ. 16 ໝູ່ຄະນະອື່ນໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ./.

TAG
VOV/VOVworld/ໂຄງ​ການ​ໃຫຍ່/ເລີ່ມ​ລົງ​ມື​ກໍ່​ສ້າງ/ເປີດ​ນຳ​ໃຊ້/ໂຄງ​ການ​ເສັ້ນ​ທາງ​ລົດ​ໄຟ/ພື້ນ​ຖານ​ໂຄງ​ລ່າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ