logo

“ເລື່ອງສາລາບ້ານ ຢູ່ໃນເມືອງ” - ເລື່ອງລາວກ່ຽວກັບຖະໜົນອາຊີບ

2023/12/29 | 09:04:23
(VOVWORLD) - ງານວາງສະແດງລວມມີຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອເລົ່າບັນດາເລື່ອງລາວກ່ຽວກັບສາລາບ້ານແຫ່ງຕ່າງໆ, ກ່ຽວກັບຄວາມເປັນເອກະລັກຂອງບັນດາອາຊີບພື້ນເມືອງ...
ໃນຊຸມວັນສຸດທ້າຍຂອງປີເກົ່າກຽມຕ້ອນຮັບປີໃໝ່ສາກົນ 2024, ສາລາບ້ານ ຮ່າວີ ແລະ ສາລາບ້ານ ຕູທິ (ຕາແສງ ຮ່າງຢາຍ, ເມືອງ ຮວ່ານກຽມ, ຮ່າໂນ້ຍ) ໄດ້ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ເພາະວ່າມີງານວາງສະແດງ “ເລື່ອງສາລາບ້ານ ຢູ່ໃນເມືອງ” ພວມໄດ້ຈັດຂຶ້ນ.
ສາລາບ້ານ ຮ່າວີ ຕັ້ງຢູ່ເຮືອນເລກທີ 11 ຖະໜົນ ຮ່າງຫ່ອມ, ເຊິ່ງເປັນບ່ອນບູຊາຜູ້ລິເລີ່ມອາຊີບທາສີ ເຈິ່ນລື (1470-1540).
ບັນດາເລື່ອງລາວກ່ຽວກັບອາຊີບທາສີຂອງ ຫວຽດນາມ ແລະ ການພັດທະນາຂອງອາຊີບ, ການຂະຫຍາຍຕົວຂອງສິລະປະ ໄດ້ນຳມາເລົ່າສູ່ປະຊາຊົນ ແລະ ແຂກທ່ອງທ່ຽວທີ່ມາຈາກທົ່ວທຸກສາລາທິດໄດ້ຮັບຟັງເປັນຄັ້ງທຳອິດ ຢ່າງແທ້ຈິງ ແລະ ມີຊີວິດຊີວາ ຜ່ານງານວາງສະແດງ “ເລື່ອງສາລາບ້ານ ຢູ່ໃນເມືອງ”.
ບັນດານັກສິລະປິນໜຸ່ມໄດ້ຈັດເຂດວາງສະແດງບັນດາຜະລິດຕະພັນທີ່ນຳໃຊ້ນ້ຳສີຂອງ ຫວຽດນາມ.
ທັງໝົດໄດ້ສ້າງເປັນເຂດວາງສະແດງທີ່ແທ້ຈິງ, ມີຊີວິດຊີວາ, ນຳເອົາບັນດາເລື່ອງລາວກ່ຽວກັບອາຊີບ, ກ່ຽວກັບການປະດິດຄິດສ້າງຂອງຊ່າງທາສີມາເລົ່າພ້ອມ
ບັນດາເຄື່ອງມືເຮັດນ້ຳສີທີ່ເປັນມູນເຊື້ອຂອງ ຫວຽດນາມ ກໍໄດ້ເອົາມາວາດພາບຄືນຢູ່ງານວາງສະແດງ
ສາລາບ້ານ ຕູທິ ແມ່ນເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດ, ເປັນບ່ອນໄຫວ້ບູຊາຜູ້ລິເລີ່ມອາຊີບຖັກແສ່ວ ເລກົງແຮ່ງ (1606-1661). ເຖິງວ່າຕັ້ງຢູ່ໃນສຸດຂອງຮ່ອມນ້ອຍໆ ແຕ່ນີ້ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວມາຢາມເປັນປະຈຳ
ໃນທຸກມື້ນີ້, ຢູ່ສາລາບ້ານ ຕູທິ, ຄະນະຈັດຕັ້ງໄດ້ວາງສະແດງບັນດາພາບແຕ້ມໃສ່ແພໄໝ ສົມທົບກັບເຕັກນິກການຖັກແສ່ວຂອງນັກສິລະປະການ
30 ຜົນງານແມ່ນ 30 ເຕັກນິກການຖັກແສ່ວທີ່ແຕກຕ່າງກັນຂອງບັນດານັກສິລະປະການຢູ່ໝູ່ບ້ານຖັກແສ່ວ ກວັດດົ້ງ ທີ່ໄດ້ຈັດໃນຂອບວົງມົນນັ້ນ ເຊິ່ງເປັນສັນຍາລັກໃຫ້ແກ່ຟ້າ
ບັນດາຜົນງານນີ້ ລ້ວນແຕ່ແມ່ນກ່ຽວກັບຕົ້ນໄມ້ໃບຫຍ້າ ແລະ ນົກໜູປູປີກ. ພາບ: ມາຍລານ
ຢູ່ອີກເຂດໜຶ່ງໄດ້ວາງສະແດງບັນດາພາບແຕ້ມກ່ຽວກັບອາຊີບຖັກແສ່ວທີ່ໄດ້ຈັດໃນຂອບ 4 ຫຼ່ຽມ, ເຊິ່ງເປັນສັນຍາລັກໃຫ້ແກ່ດິນ
ບັນດາຜະລິດຕະພັນ ສົມທົບກັບອາຊີບຖັກແສ່ວດ້ວຍມືຂອງບັນດານັກສິລະປະການປະດິດຄິດສ້າງນັ້ນ ແມ່ນມີຄວາມໃກ້ຊິດກັບຊີວິດປະຈຳວັນ
ຢູ່ສາລາບ້ານ ຕູທິ ກໍໄດ້ວາງສະແດງຜະລິດຕະພັນຫັດຖະກຳຈຳນວນໜຶ່ງຂອງບັນດາຍີ່ຫໍ້ດັງໃນຖະໜົນ ຮ່າງຢາຍ
ພາບ: hanoionline.vn
ເຫດການດັ່ງກ່າວພວມດຶງດູດນັກຮຽນຈຳນວນຫຼາຍໃນບໍລິເວນເມືອງ ກໍຄືບັນດານັກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນມາຢ້ຽມຊົມ. ພາບ: nhandan.vn
ງານວາງສະແດງ “ເລື່ອງສາລາບ້ານ ຢູ່ໃນເມືອງ” ຄືດັ່ງການນຳເອົາສາຍລົມໃໝ່ມາຂຽນຕໍ່ສືບທອດມູນເຊື້ອ, ສ້າງເປັນເລື່ອງລາວກ່ຽວກັບຖະໜົນອາຊີບຂອງ 36 ຄຸ້ມຖະໜົນເກົ່າຮ່າໂນ້ຍ. ຄາດວ່າ ງານວາງສະແດງ ຈະແກ່ຍາວຮອດເດືອນ ກຸມພາ 2024.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ