ສອງຜົວເມຍ ເລແທັງອ໊າຍຍີ ຢູ່ຮ້ານ ແລນຖໍ (ພາບ: VOV) |
ໂດຍຮຽນຈົບຂະແໜງການຢາ ວິທະຍາໄລແພດສາດ ເກີ່ນເທີ ໃນປີ 2012, ນາງ ເລແທັງອ໊າຍຍີ ເກີດປີ 1990 ພັດບໍ່ເດີນຕາມສາຍທີ່ຕົນເອງໄດ້ຮຽນມາ. ໂດຍມີຄວາມເມົາມົວກັບເສັ້ນແລນ ເມື່ອເບິ່ງຄຼິບວີດີໂອໃນອິນເຕີເນັດ, ປີ 2013, ອ໊າຍຍີ ເລີ່ມເຄື່ອນໄຫວ Start up ຢ່າງເປັນທາງການກັບບັນດາຜະລິດຕະພັນ handmade ທີ່ໄດ້ເຮັດຈາກເສັ້ນແລນ ດ້ວຍແຫຼ່ງທຶນໃນເບື້ອງຕົ້ນບໍ່ຮອດ 50 USD. ອ໊າຍຍີ ໃຫ້ຮູ້ວ່າ: ກໍຄືກັນກັບເພື່ອນໜຸ່ມຫຼາຍຄົນ, ໃນຊຸມວັນທຳອິດຂອງການ Start up, ຄວາມຫຍຸ້ງຍາກກ່າຍກອງຄວາມຫຍຸ້ງຍາກຂຶ້ນ. ດ້ານໜຶ່ງ, ຕົນເອງຫາກໍຮູ້ເຮັດບັນດາຜະລິດຕະພັນທີ່ງ່າຍໆເທົ່ານັ້ນ, ຕົວຢ່າງຄືໂສ້ງເສື້ອ, ໝວກ, ເກີບຂອງເດັກນ້ອຍ; ອີກດ້ານອື່ນ ແມ່ນບໍ່ຄ່ອຍມີຄົນຮູ້ຈັກເຖິງໃນວົງການເຮັດເຄື່ອງ handmade. ເຖິງຢ່າງໃດກໍຕາມ, ໂດຍມີທ່າແຮງໃນການນຳໃຊ້ອິນເຕີເນັດ, ອ໊າຍຍີ ໄດ້ສຸມໃສ່ດຳເນີນທຸລະກິດຜ່ານທາງອິນເຕີເນັດ ດ້ວຍການຕັ້ງ fanpage ແນະນຳ ແລະ ອັບເດດຂໍ້ມູນກ່ຽວກັບຜະລິດຕະພັນຂອງຕົນເປັນປະຈຳ. ເມື່ອການດຳເນີນທຸລະກິດຜ່ານທາງອິນເຕີເນັດໄດ້ເຄື່ອນໄຫວຢ່າງສະດວກດີ ກໍແມ່ນຈຸດເວລາທີ່ຜູ້ບໍລິໂພກຊອກຫາ ອ໊າຍຍີ ເອງ. ປີ 2015, ອ໊າຍຍີ ໄດ້ເປີດຮ້ານຂາຍເຄື່ອງນ້ອຍໆຢູ່ຖະໜົນ 30 ເມສາ ດ້ວຍຊື່ວ່າ ແລນຖໍ. ຫຼັງຈາກນັ້ນ 2 ປີ, ຜະລິດຕະພັນຂອງ ອ໊າຍຍີ ນັບມື້ນັບມີຫຼາກຫຼາຍຮູບແບບ ແລະ ສີສັນຂຶ້ນ, ອັບເດດໄດ້ຕາມທ່າອ່ຽງໃໝ່, ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ນາງ ເລແທັງອ໊າຍຍີ ແບ່ງປັນວ່າ:
“ເຄັດລັບໜຶ່ງດຽວ ແມ່ນຕ້ອງມີຄວາມເມົາມົວກັບອາຊີບ, ເມື່ອເຮົາເຮັດຜະລິດຕະພັນ ເຮົາບໍ່ຕ້ອງຖືເງິນເປັນສຳຄັນຫຼາຍ ຫາກແມ່ນຜະລິດຕະພັນເປັນເປົ້າໝາຍສຳຄັນອັນດັບໜຶ່ງ. ວິທີຂ້າພະເຈົ້າຢັ້ງຢືນກັບຍາດຕິພີ່ນ້ອງ, ເພື່ອນມິດ ຫຼື ລູກຄ້າຂອງຕົນແມ່ນ ການຖັກແລນບໍ່ພຽງແຕ່ແມ່ນການຖັກໝວກແລນ, ຖັກເສື້ອແລນ ເທົ່ານັ້ນ, ຖັກແລນ ຢູ່ທີ່ນີ້ ແມ່ນລວມທັງໝົດບັນດາຜະລິດຕະພັນກ່ຽວກັບແລນເລີຍ”.
ຜະລິດຕະພັນຖົງໃສ່ຂວດນ້ຳຮ້ອນ ຂອງ ຮ້ານ ແລນຖໍ (ພາບ: VOV) |
“ຍີ ແມ່ນຄົນລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດ, ແມ່ນຜູ້ແຜ່ກະຈາຍກຳລັງເພື່ອໃຫ້ບັນດາເພື່ອນໜຸ່ມທີ່ມີຄວາມໄຝ່ຝັນຢາກ Start up ມີຄວາມໝັ້ນໃຈຕົນເອງກວ່າ ແລະ ສະຫະພັນແມ່ຍິງ ເທດສະບານ ຈະມີຫຼາຍຄົນທີ່ຄືກັບ ຍີ ເພື່ອພ້ອມກັນພັດທະນາ ແລະ ບືນຕົວຂຶ້ນ”.
ຮ້ານ ແລນຖໍ ເຖິງວ່ານ້ອຍ ແຕ່ຍາມໃດກໍມີຄົນມາຊື້ເປັນຈຳນວນຫຼວງຫຼາຍ. ເພື່ອບັນລຸໄດ້ຜົນສຳເລັດຄືນໃນວັນນີ້, ນອກຈາກຄວາມມານະພະຍາຍາມຂອງຕົນເອງແລ້ວ, ອ໊າຍຍີ ກໍຍັງມີເພື່ອນຮ່ວມງານທີ່ໄວ້ວາງໃຈ ນັ້ນແມ່ນ ສາມີຂອງຕົນ. ປັດຈຸບັນ, ສອງຜົວເມຍ ອ໊າຍຍີ ລ້ວນແຕ່ດຳເນີນທຸລະກິດ ແລນ handmade. ທັງສອງຜົວເມຍ ໄດ້ຊອກຮູ້ ເພື່ອຍົກສູງສີມືອາຊີບ ກໍຄືຄຸນນະພາບຂອງຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ຄົ້ນຄວ້າ ແລະ ຜະລິດອອກບັນດາຜະລິດຕະພັນແລນທີ່ເປັນເອກະລັກ, ເປັນຕົ້ນແມ່ນ: ກະເປົາແຟຊັນ, ຖົງໃສ່ຂວດນ້ຳຮ້ອນ, ຕຸກກະຕາ, ຊຸດເສື້ອຍາວ, ເກີບ… ໃນນັ້ນ, ຕ້ອງເວົ້າເຖິງຜະລິດຕະພັນຖົງໃສ່ຂວດນ້ຳຮ້ອນລິຂະສິດຂອງ ແລນຖໍ, ເຊິ່ງເປັນໜຶ່ງໃນບັນດາຜະລິດຕະພັນທີ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດນິຍົມຊົມຊອບທີ່ສຸດ ແລະ ສັ່ງ ຖັກເປັນຈຳນວນຫຼວງຫຼາຍ.
ບໍ່ພຽງແຕ່ Start up ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວເທົ່ານັ້ນ, ຍີ ຍັງແນະນຳ ແລະ ສ້າງວຽກເຮັດງານທຳໃຫ້ແກ່ເພື່ອນໜຸ່ມຫຼາຍຄົນ ຜ່ານທາງອອນລາຍ ຫຼື ການສອນໂດຍກົງອີກດ້ວຍ, ຜູ້ໃດມີສີມືດີ, ອ໊າຍຍີ ຈະແບ່ງວຽກໃຫ້, ອັນໄດ້ສ້າງລາຍຮັບແຕ່ 5 ຫາ 8 ລ້ານດົ່ງຕໍ່ຄົນຕໍ່ເດືອນ. ກ່ຽວກັບທິດທາງການເຄື່ອນໄຫວດຳເນີນທຸລະກິດໃນໄລຍະຈະມາເຖິງ, ເລແທັງອ໊າຍຍີ ໃຫ້ຮູ້ວ່າ:
“ຂ້າພະເຈົ້າຈະຫາເງິນດ້ວຍອາຊີບນີ້ ແຕ່ຂ້າພະເຈົ້າຈະເຮັດອັນໃດອັນໜຶ່ງທີ່ເປັນເອກະລັກທີ່ສຸດ, ເຮັດສິ່ງໃດທີ່ມີໜ້ອຍຄົນເຮັດໄດ້ ມັນຈຶ່ງແມ່ນຄະຕິທຳຂອງສອງຜົວເມຍ, ຖ້າບໍ່ດັ່ງມັນ ມັນຈະຈາງຫາຍໄປ. ໃນອະນາຄົດ, ຂ້າພະເຈົ້າຢາກມີ showroom ແຫ່ງໜຶ່ງຢູ່ເກີ່ນເທີ. ຂ້າພະເຈົ້າຈະພິສູດໃຫ້ເຫັນວ່າ ເຖິງວ່າ ເກີນເທີ ບໍ່ມີລະດູໜາວ ແຕ່ຍັງມີ showroom ເຄື່ອງເຮັດດ້ວຍແລນ ທີ່ດີທີ່ສຸດ”.




