logo

ເວ​ທີ​ປາ​ໄສ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ພະ​ຈິກ

2025/11/16 | 13:58:42
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີເວທີປາໄສຕ້ອງເນັ້ນໜັກເຖິງການປ່ຽນແປງຈິນຕະນາການສ້າງກົດໝາຍ ຂອງສະພາແຫ່ງຊາດໃນໄລຍະຜ່ານມາ, ຊີ້ໃຫ້ເຫັນບັນດາວຽກງານທີ່ເຮັດໄດ້ແລ້ວ, ບັນດາວຽກງານເຮັດຍັງບໍ່ໄດ້ ແລະ ສະເໜີສືບຕໍ່ປ່ຽນແປງໃໝ່ວຽກງານສ້າງກົດໝາຍໃນໄລຍະຈະມາເຖິງ. 
 ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເປັນປະທານເວທີປາໄສ (ພາບ: VOV)

ວັນທີ 22 ພະຈິກ, ເວທີປາໄສກ່ຽວກັບການສ້າງກົດໝາຍໄດ້ຈັດຂຶ້ນດ້ວຍຫົວຂໍ້ “ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນສັງກາດໃໝ່”. ເນື້ອໃນນີ້ໂດຍບັນດາຜູ້ແທນເຫັນດີເປັນເອກະພາບໃນວາລະປະຊຸມຄັ້ງທີ 2 ຂອງ ຄະນະຈັດຕັ້ງເວທີປາໄສກ່ຽວກັບການສ້າງກົດໝາຍທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 15 ພະຈິກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີເວທີປາໄສຕ້ອງເນັ້ນໜັກເຖິງການປ່ຽນແປງຈິນຕະນາການສ້າງກົດໝາຍ ຂອງສະພາແຫ່ງຊາດໃນໄລຍະຜ່ານມາ, ຊີ້ໃຫ້ເຫັນບັນດາວຽກງານທີ່ເຮັດໄດ້ແລ້ວ, ບັນດາວຽກງານເຮັດຍັງບໍ່ໄດ້ ແລະ ສະເໜີສືບຕໍ່ປ່ຽນແປງໃໝ່ວຽກງານສ້າງກົດໝາຍໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດສະພາແຫ່ງຊາດຈັດຕັ້ງເວທີປາໄສກ່ຽວກັບການສ້າງກົດໝາຍ, ດັ່ງນັ້ນວາງອອກຄວາມຮຽກຮ້ອງຕ້ອງການແມ່ນຕ້ອງຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບ, ແທດຈິງ, ປະຢັດ, ມີປະສິດທິຜົນ.

TAG
VOV/VOVworld/ການ​ພັດ​ທ​ະ​ນາ/ລະ​ບອບ​ລະ​ບຽບ​ການ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ