logo

ເວທີປາໄສວິສາຫະກິດ ຈໍແດນ - ຫວຽດນາມ: ຊຸກຍູ້ການຮ່ວມມືໃຫ້ທຽບເທົ່າກັບຄວາມສາມາດບົ່ມຊ້ອນ

2025/11/13 | 10:46:12
(VOVWORLD) - ເວທີປາໄສນີ້ມີການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ 120 ແຫ່ງ, ພ້ອມກັບວິສາຫະກິດ ຈໍແດນ 25 ແຫ່ງ ເຄື່ອນໄຫວໃນຫຼາຍຂົງເຂດ
ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ກ່າວຄຳເຫັນທີ່ເຫດການ
(ພາບ: VGP)

        ຫວຽດນາມ ແລະ ຈໍແດນ ສາມາດພ້ອມກັນສ້າງຂົວເຊື່ອມຕໍ່ລະຫວ່າງ ອາຊີ ແລະ ພາກພື້ນ ຕາເວັນອອກກາງ, ຮ່ວມມືເພື່ອການພັດທະນາຢ່າງວັດທະນາຖາວອນຂອງ 2 ປະເທດ, ດ້ວຍເຂດເອກຊົນສວມບົດບາດແກ່ນສານ. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາທີ່ເວທີປາໄສວິສາຫະກິດ ຈໍແດນ - ຫວຽດນາມ, ຈັດຂຶ້ນໃນຕອນເຊົ້າວັນທີ 13 ພະຈິກ, ຢູ່ ຮ່າໂນ້ຍ. ໂດຍມີການເຂົ້າຮ່ວມຂອງກະສັດ ຈໍແດນ Jordan Abdullah II ແລະ ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ.

        ເວທີປາໄສນີ້ມີການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ 120 ແຫ່ງ, ພ້ອມກັບວິສາຫະກິດ ຈໍແດນ 25 ແຫ່ງ ເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ເຕັກໂນໂລຊີການສື່ສານ, ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ກະສິກຳ, ສັດຕະວະແພດ, ຜະລິດຕະພັນ Halal. ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ:

        “ທີໜຶ່ງ, ແມ່ນຮີບເຮັງຫັນບັນດາໝາກຜົນຂອງຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງກະສັດ ໃຫ້ປະກົດຜົນເປັນຈິງ ກາຍເປັນບັນດາລາຍການ, ແຜນການ, ໂຄງການມີຄວາມສາມາດເປັນໄປໄດ້ສູງ ແລະ ຈັດການຜັນຂະຫຍາຍຢ່າງມີປະສິດທິຜົນໂດຍໄວ. ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາຄະນະວິສາຫະກິດ ເພື່ອຊອກຮູ້ຕະຫຼາດ, ເປີດກວ້າງເຄືອຂ່າຍຄູ່ຮ່ວມມື. ທີ 2, ແມ່ນສ້າງບັນດາຂອບເຂດ, ຮູບແບບການຮ່ວມມືໂດຍໄວ ເພື່ອສ້າງຄວາມສະດວກດ້ານລະບອບລະບຽບການ ໜູນຊ່ວຍແກ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດ…”

TAG
VOV/VOVworld/ເຕັກ​ໂນ​ໂລ​ຊີ/​ການ​ສື່​ສານ/ພື້ນ​ຖານ/​ໂຄງ​ລ່າງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ