logo

ເສດຖະກິດສັງຄົມ 2021 – 2025: ເພີ່ມຄວາມໄວ, ບຸກທະລຸ ສ້າງທ່ວງທ່າໃຫ້ແກ່ໄລຍະເຕີບໂຕໃໝ່

2025/10/15 | 10:53:54
(VOVWORLD) - ເພື່ອປະຕິບັດສຳເລັດເປົ້າໝາຍປີ 2025, ຕ້ອງສືບຕໍ່ຢືດໝັ້ນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການບໍລິຫານນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດແກ່ນສານຂອງປີການເງິນເປີດກວ້າງຢ່າງມີຈຸດສຸມ
ທີ່ກອງປະຊຸມ
(ພາບ: nhandan.vn)

        ຄາດວ່າ, ມີ 22/26 ຄາດໝາຍໃນໄລຍະ 2021 – 2025 ໄດ້ປະຕິບັດສຳເລັດ ແລະ ລື່ນກາຍແຜນການ; ລະດັບໂຕ GDP ປີ 2025 ຄາດວ່າບັນລຸ 8%, ສູງທີ່ສຸດຢູ່ພາກພື້ນ ແລະ ນອນໃນກຸ່ມແຖວໜ້າໃນໂລກ. ນີ້ແມ່ນຂ້ໍມູນທີ່ໄດ້ຍົກອອກມາທີ່ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ, ປະກອບຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານ ກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2025, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມປີ 2026; ໝາກຜົນການປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດກ່ຽວກັບແຜນການ 5 ປີ ໄລຍະ 2021 – 2025: ການພັດທະນາເສດຖະກິດ - ສັງຄົມ, ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.

        ທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວູຮົ່ງແທັງ ເນັ້ນໜັກວ່າ ເພື່ອປະຕິບັດສຳເລັດເປົ້າໝາຍປີ 2025, ຕ້ອງສືບຕໍ່ຢືດໝັ້ນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການບໍລິຫານນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດແກ່ນສານຂອງປີການເງິນເປີດກວ້າງຢ່າງມີຈຸດສຸມ, ພ້ອມກັນນັ້ນ, ກໍ່ຊຸກຍູ້ການປະຕິຮູບລະບອບລະບຽບການ, ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ ແລະ ພັດທະນາບັນດາກຳລັງໜູນໃໝ່ຢ່າງແຮງ, ສ້າງທ່ວງທ່າການພັດທະນາແບບຍືນຍົງໃຫ້ແກ່ໄລຍະ 2026 – 2030.

TAG
VOV/VOVworld/ປະ​ຕິ​ບັດ/​ແຜນ​ການ/​ພັດ​ທະ​ນາ/​ເສດ​ຖະ​ກິດ/ສັງ​ຄົມ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ