(vovworld) - ຫວຽດນາມ ບັນລຸໄດ້ຜົນສຳເລັດເມື່ອດຶງດູດ ແລະ ນຳໃຊ້ປະສິດທິຜົນແຫຼ່ງທຶນໜູນຊ່ວຍພັດທະນາ (ODA) ຂອງບັນດານັກອຸປະຖຳຢ່າງເປັນທາງການ. ຈາກປະເທດທຸກຍາກ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດທີ່ມີລາຍຮັບປານກາງ. ນີ້ແມ່ນຜົນສຳເລັດອັນໃຫຍ່ຫຼວງ ແຕ່ກໍໄດ້ວາງອອກສິ່ງທ້າທາຍໃນອະນາຄົດອັນໃກ້ໆນີ້ ເມື່ອຫວຽດນາມ ຫຼຸດຜ່ອນການຂຶ້ນກັບແຫຼ່ງທຶນ ODA ແລະ ກຸ້ມຕົນເອງເພື່ອພັດທະນາ, ສ້າງສາປະເທດຊາດດ້ວຍຕົນເອງ. ບົດຂຽນ “ເສດຖະກິດຫວຽດນາມຄ່ອຍໆຫຼຸດຜ່ອນການຂຶ້ນກັບແຫຼ່ງທຶນ ODA” ຂອງ ເກີມຕູ໋, ນັກຂ່າວ VOV.

ດ້ວຍເວລາໃຫ້ກູ້ຢືນທີ່ແກ່ຍາວນັບສີບໆປີ ແລະ ອັດຕາດອກເບ້ຍກູ້ຢືມບຸລິມະສິດ, ແຫຼ່ງທຶນ ODA ໄດ້ປະກອບສ່ວນສ້າງພື້ນຖານເສດຖະກິດຫວຽດນາມ ໃຫ້ມີສົມໜ້າໃໝ່ຢ່າງແທ້ຈິງ. ພຽງແຕ່ໃນຮອບເວລາກວ່າ 1 ທົດສະວັດຜ່ານມາ, ແຫຼ່ງທຶນ ODA ໄດ້ສຸມໃສ່ລົງທຶນໃຫ້ບັນດາຂົງເຂດຈຸດສຸມຄື: ຄົມມະນາຄົມ, ພະລັງງານໄຟຟ້າ, ກະສິກຳ, ປ່າໄມ້ - ສິນໃນນ້ຳ, ສາທາລະນະສຸກ, ການສຶກສາກໍ່ສ້າງ, ວິທະຍາສາດ, ເຕັກໂນໂລຊີ, ການປະຕິຮູບດ້ານເສດຖະກິດ… ແຕ່ວ່າ, ຕາມການປະກາດຫວ່າງແລ້ວນີ້ຂອງກະຊວງການເງິນ, ນັບແຕ່ປີ 2010, ຫວຽດນາມ ໄດ້ກາຍເປັນປະເທດມີລາຍຮັບປານກາງ, ສະນັ້ນ, ບັນດາບ້ວງເງິນໃຫ້ກູ້ຢືມຂອງຄູ່ຮ່ວມມືພັດທະນາທີ່ສະຫງວນໃຫ້ແກ່ຫວຽດນາມ ພວມຖືກຫຼຸດລົງຢ່າງເຫັນໄດ້ຊັດ. ພ້ອມກັນນັ້ນ, ຮອດເດືອນ 07/2017, ທະນາຄານໂລກ (World Bank) ກໍຈະຢຸດຕິບ້ວງເງິນກູ້ຢືມ ODA ທີ່ບຸລິມະສິດໃຫ້ແກ່ຫວຽດນາມ ແລະ ຫວຽດນາມ ຕ້ອງຫັນມາກູ້ຢືມແຫຼ່ງທຶນດ້ວຍອັດຕາບຸລິມະສິດຕ່ຳກວ່າ ແລະ ກ້າວໄປເຖິງການກູ້ຢືມຕາມເງື່ອນໄຂຕະຫຼາດ. ພາຍຫຼັງທະນາຄານໂລກ, ທະນາຄານພັດທະນາອາຊີ (ADB) ກໍໃຫ້ຮູ້ວ່າ, ຕາມແຜນການ, ນັບແຕ່ວັນທີ 01/01/2019 ເປັນຕົ້ນໄປ, ADB ຈະຢຸດຕິບຸລິມະສິດສ່ວນໜຶ່ງບ້ວງເງິນອຸປະຖຳພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ຫວຽດນາມ. ທ່ານ Eric Sidgwick, ຜູ້ອຳນວຍການແຫ່ງຊາດຂອງ ADB ປະຈຳຫວຽດນາມ ໃຫ້ຮູ້ວ່າ.
“ຂໍ້ຕົກລົງຢຸດຕິບ້ວງເງິນກູ້ຢືມບຸລິມະສິດຈາກກອງທຶນພັດທະນາອາຊີ ໃຫ້ແກ່ຫວຽດນາມ ຈະອີ່ງໃສ່ການຕີລາຄາກ່ຽວກັບທີ່ຕັ້ງຂອງຫວຽດນາມ ພວມຢູ່ໃສ ແລະ ແງ່ຫວັງຂອງຫວຽດນາມ ຈະຄືແນວໃດ. ແຕ່ວ່າ, ສິ່ງທີ່ແນ່ນອນນັ້ນແມ່ນ ໃນຈຸດເວລາໃດໜຶ່ງ, ຫວຽດນາມ ກໍຈະບໍ່ໄດ້ກູ້ຢືມທຶນບຸລິມະສິດຈາກກອງທຶນພັດທະນາອາຊີໄດ້”.
ODA ໄດ້ຮັບຖືວ່າແມ່ນແຫຼ່ງກຳລັງສຳລັບການພັດທະນາລວມຂອງພື້ນຖານເສດຖະກິດຫວຽດນາມ. ທ່ານ ເຈືອງຮຸ່ງລອງ, ຫົວໜ້າກົມຄຸ້ມຄອງໜີ້ ແລະ ການເງິນຕ່າງປະເທດ, ກະຊວງການເງິນຫວຽດນາມ ໃຫ້ຮູ້ວ່າ, ເມື່ອປະເທດໃດໜຶ່ງມີການຫັນປ່ຽນຈາກປະເທດມີລາຍຮັບຕ່ຳເປັນປະເທດທີ່ມີລາຍຮັບປານກາງ, ບັນດາຂໍ້ມາດຕາ ແລະ ດອກເບ້ຍເຊິ່ງເຂົ້າເຈົ້າໄດ້ຮັບຈາກບັນດາແຫຼ່ງທຶນ ODA ຈະມີການປ່ຽນແປງ. ຕາມທຳມະດາແລ້ວ, ນະໂຍບາຍ ODA ໃຫ້ປະເທດນັ້ນຈະມີການຫັນປ່ຽນຈາກການໜູນຊ່ວຍພັດທະນາໄປສູ່ການພົວພັນຄູ່ຮ່ວມມື. ຄາດວ່າ, ມີຫຼາຍຂົງເຂດຫຼັກແຫຼ່ງຂອງປະເທດຈະບໍ່ໄດ້ຮັບການກູ້ຢືມ ODA ອີກ, ໃນນັ້ນມີຂະແໜງຄົມມະນາຄົມ, ພະລັງງານ, ການສະໜອງລະບາຍນຳ້, ການປ່ຽນແປງຂອງດິນຟ້າອາກາດ ແລະ ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.
“ຖ້າຫາກກ່ອນນີ້, ໃນໄລຍະກ່ອນປີ 2010, ບ້ວງເງິນກູ້ຢືມຕາມປົກກະຕິແມ່ນແຕ່ 30 – 40 ປີ, ໃນໄລຍະປະຈຸບັນມີພຽງແຕ່ 20 – 25 ປີ ແລະ ສຳລັບນັກອຸປະຖຳຫຼາຍຄົນບາງເທື່ອພຽງ 10 ປີເທົ່ານັ້ນ. ປະຈຸບັນ, ເວລາກູ້ຢືມກໍ່ສັ້ນກວ່າ, ລາຍຈ່າຍເພື່ອມີບັນດາບ້ວງເງິນ ODA ກໍໃນລະດັບ 2%, ແມ່ນແພງກວ່າຫຼາຍ. ໃນໄລຍະຍາວ, ສຳລັບບັນດາຂົງເຂດມີຄວາມສາດຫັນເປັນຂອງສັງຄົມ ຫຼື ສົ່ງຄືນທຶນໂດຍກົງຂອງໂຄງການ ຈະຕ້ອງຫັນໄປສູ່ກົນໄກການຕະຫຼາດ. ຕ້ອງກູ້ຢືມທຶນການຄ້າ, ແນ່ນອນວ່າບັນດາໂຄງການລົງທຶນທີ່ບໍ່ຂຶ້ນກັບງົບປະມານແຫ່ງລັດແມ່ນຕ້ອງລະດົມແຫຼ່ງທຶນຈາກການຄ້າ”.
ຖ້າບໍ່ມີແຫຼ່ງທຶນ ODA, ຫວຽດນາມ ຈະຂາດທຶນເພື່ອແກ້ໄຂບັນດາຄວາມຕ້ອງການອັນຮີບດ່ວນຂອງພື້ນຖານເສດຖະກິດ. ແຕ່ວ່າ, ເມື່ອຄຸນນະພາບຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ, ຫວຽດນາມ ຈະໄດ້ຮັບການຍົກລະດັບໄວ້ເນື້ອເຊື່ອໃຈ ຈາກນັ້ນສາມາດສຳພັດກັບບັນດາບ້ວງເງິນກູ້ຢືມສາກົນດ້ວຍອັດຕາດອກເບ້ຍຕ່ຳກວ່າ. ໂດຍແມ່ນປະເທດພວມມີລະດັບລາຍຮັບປານກາງ, ຫວຽດນາມ ຈະມີກຳລັງຄວາມສາມາດດ້ານເງິນດີກວ່າ, ມີຄວາມສາມາດສຳພັດກັບຕະຫຼາດສາກົນຫຼາຍກວ່າ, ຂໍ້ມາດຕາກ່ຽວກັບດອກເບ້ຍກໍຈະມີການປ່ຽນແປງ. ທ່ານ ຫງວຽນດຶກໂດ້, ຮອງຫົວໜ້າສະຖາບັນເສດຖະກິດ - ການເງິນ ຖືວ່າ, ສາມາດເຫັນໄດ້ຄວາມຕັ້ງໜ້າເມື່ອຫວຽດນາມ ບໍ່ຂຶ້ນກັບແຫຼ່ງທຶນ ODA ອີກ, ຍ້ອນການກູ້ຢືມການຄ້າ, ອັນຕາດອກເບ້ຍສູງ, ຄວາມດັນຈາກການໃຊ້ໜີ້ນັ້ນ ໄດ້ບັງຄັບໃຫ້ຜູ້ກູ້ຢືມທຶນຕ້ອງຄິດໄລ່ເພື່ອນຳໃຊ້ແຫຼ່ງທຶນຄືແນວໃດໃຫ້ມີປະສິດທິຜົນທີ່ສຸດ.
“ກ່ຽວກັບດ້ານພື້ນຖານ, ຢາກຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນກູ້ຢືມ, ຄວາມຮັບຜິດຊອບໃນການນຳໃຊ້ທຶນ ຕ້ອງຕິດພັນກັບຫົວໜ່ວຍ ແລະ ບຸກຄົນໃດໜຶ່ງ. ຫວ່າງແລ້ວນີ້, ລັດຖະບານຄາດຄະເນວ່າ ຈະໃຫ້ກູ້ຢືມທຶນ ODA ຫາກບໍ່ສະໜອງທຶນຄືກ່ອນນີ້ອີກ. ທ້ອງຖິ່ນກໍຈະຕ້ອງຄິດໄລ່ ຖ້າຫາກວ່າບັນດາແຫຼ່ງທຶນນັ້ນສາມາດນຳມາເຊິ່ງປະສິດທິຜົນຈາກການເກັບ, ຄ່າທຳນຽມ, ພາສີອາກອນ ເພື່ອສາມາດຊຳລະໜີ້ໄດ້ ເຂົ້າເຈົ້າຈະກູ້ຢືມ, ຖ້າໂຄງການບໍ່ນຳມາເຊິ່ງປະສິດທິຜົນ, ບໍ່ສາມາດຊຳລະໜີ້ໄດ້ ເຂົາເຈົ້າຈະກູ້ຢືມໜ້ອຍກວ່າ”.
ເພື່ອໃຫ້ພື້ຶ້ນຖານເສດຖະກິດຄ່ອຍໆຫຼຸດພົ້ນອອກຈາກການຂຶ້ນກັບແຫຼ່ງທຶນ ODA, ລັດຖະບານໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອໃຫ້ເໝາະສົມກັບໄລຍະ “ພາຍຫຼັງ ODA”, ໂດຍສະເພາະີແມ່ນເມື່ອຫວຽດນາມ ພວມຕ້ອງການແຫຼ່ງທຶນເຖິງ 90 ຕື້ USD ຕໍ່ປີ ເພື່ອພັດທະນາເສດຖະກິດໃນໄລຍະ 2016 – 2020. ມາດຕະການທີ່ຈຳເປັນແມ່ນຕ້ອງສ້າງໂຄງປະກອບງົບປະມານແຫ່ງລັດຄືນໃໝ່, ຄິດໄລ່ລາຍຮັບ, ລາຍຈ່າຍຄືນໃໝ່ ເພື່ອຮັບປະກັນການລະດັບຂາດດຸນຢ່າງເໝາະສົມ, ຫຼຸດຜ່ອນໜີ້ສາທາລະນະລົງໃນລະດັບພໍດີ. ໃນໄລຍະສັ້ນ, ລັດຖະບານຫວຽດນາມ ຈະສ້າງໂຄງປະກອບກະແສທຶນ ODA ຄືນໃໝ່, ກຳນົດຂົງເຂດ, ຂະແໜງຈຸດສຸມໃຫ້ບຸລິມະສິດນຳໃຊ້ແຫຼ່ງທຶນ ODA ແລະ ບ້ວງເງິນກູ້ຢືມບຸລິມະສິດເພື່ອໜູຊວ່ຍການປະຕິບັດບັນດາຂົງເຂດບູລິມະສິດພັດທະນາ, ບັນດາບາດກ້າວບຸກທະລຸຍຸດທະສາດ.




