logo

ເສດ​ຖະ​ກິດ​ຫວຽດ​ນາມ ຜ່າ​ນ​ມູມມອງ​ຂອງ​ສາ​ກົນ

2025/10/31 | 08:00:19
(VOVWORLD) - ທະນາຄານ HSBC ແລະ Standard Chartered ໄດ້ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%, ສູງກວ່າ 2ຄະແນສ່ວນຮ້ອຍ ເມື່ອທຽບໃສ່ກັບການຄາດຄະເນກ່ອນນັ້ນ. 

ທ່າກຳປັ່ນຫ໋າຍຝ່ອງ (ພາບ: TTXVN)

ໃນສະພາບການເສດຖະກິດທົ່ວໂລກສືບຕໍ່ປະເຊີນໜ້າກັບຄວາມກົດດັນ ແລະ ໄພຄວາມສ່ຽງຫຼາຍຢ່າງ, ຫວຽດນາມ ສືບຕໍ່ປະກົດຂຶ້ນຄືຈຸດປະກາຍແຈ້ງກ່ຽວກັບການເຕີບໂຕຂອງພາກພື້ນ ອາຊີ, ດ້ວຍຄວາມໄວໃນການຟື້ນຟູທີ່ເປັນໜ້າປະທັບໃຈ ແລະ ຄວາມສາມາດໃນການປັບຕົວໃຫ້ເຂົ້າກັບບັນດາການຜັນແປຢ່າງມີໄຫວພິບ.

ທະນາຄານ HSBC ແລະ Standard Chartered ໄດ້ພ້ອມກັນຍົກລະດັບການຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ຂຶ້ນຕາມລຳດັບແມ່ນ 7,9% ແລະ 7,5%, ສູງກວ່າ 2ຄະແນສ່ວນຮ້ອຍ ເມື່ອທຽບໃສ່ກັບການຄາດຄະເນກ່ອນນັ້ນ. ກໍ່ຄ້າຍຄືກັນ, ໃນຕົ້ນເດືອນນີ້, ບັນດາອົງການຈັດຕັ້ງສາກົນຄື ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB) ແລະ ທະນາຄານພັດທະນາ ອາຊີ (ADB) ກໍ່ດັດປັບເພີ່ມການຄາດຄະເນການເຕີບໂຕຂອງ ຫວຽດນາມຂຶ້ນ, ຖືນີ້ແມ່ນ ຈຸດປະກາຍແຈ້ງທີ່ຫາຍາກ ໃນການຮັກສາທ່າຟື້ນຟູໃຫ້ເປັນປົກກະຕິ” ໃນທ່າມກາງສະພາບການເສດຖະກິດໂລກຍັງທີ່ເຕັມໄປດ້ວຍຫຼາຍການຜັນແປ.

ຕາມ Standard Chartered ແລ້ວ, ສາມປັດໄຈຫຼັກຊ່ວຍຫວຽດນາມ ຮັກສາທ່າເຕີບໂຕຢ່າງໝັ້ນແກ່ນລວມມີ: ການຄ້າທີ່ເປັນປົກກະຕິ, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແບບຍືນຍົງ ແລະ ຄວາມຕ້ອງການພາຍໃນປະເທດມີການຟື້ນຟູຢ່າງແຮງ. ສ່ວນ HSBC ຖືວ່າ ຫວຽດນາມ ພວມກາຍເປັນການເລືອກດທະສາດໃນວິວັດການສ້າງໂຄງປະກອບມຸນຄ່າທົ່ວໂລກຄືນໃໝ່, ຍ້ອນສະພາບແວດລ້ອມມະຫາພາກເປັນປົກກະຕິ, ນະໂຍບາຍປີການເງິນທີ່ມີໄຫວພິບ ແລະ ພື້ນຖານໂຄງລ່າງອຸດສາຫະກຳໄດ້ຮັບການປັບປຸງຢ່າງວ່ອງໄວ.

TAG
VOV/VOVworld/ເສດ​ຖະ​ກິດ/ການ​ເຕີບ​ໂຕ/ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ