logo

ເສດ​ຖະ​ກິດ ຫວຽດ​ນາມ ເຄື່ອນ​ໄຫວ​ຕາມ​ກົດ​ເກນ​ຂອງ​ຕະຫຼາດ ແລະ ຂໍ້​ກຳ​ນົດ​ຂອງ WTO

2026/3/20 | 08:47:38
(VOVWORLD) -      “ພື້ນຖານເສດຖະກິດ ຫວຽດນາມ ເຄື່ອນໄຫວຢ່າງຄົບຖ້ວນ, ຄົບຊຸດຕາມບັນດາກົດເກນຂອງເສດຖະກິດການຕະຫຼາດ ແລະ ຫຼາຍປະເທດໄດ້ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ. ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ ຫວຽດນາມ ຍາມໃດກໍມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ໃນນັ້ນ ມີບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO)..."
(ພາບປະກອບ: nhandan.vn)

ວັນທີ 19 ມີນາ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ຫາກໍ່ນຳ ຫວຽດນາມ ເຂົ້າບັນຊີລາຍຊື່ສືບສວນທາງການຄ້າຕາມຂໍ້ 301 ຂອງກົດໝາຍວ່າດ້ວຍການຄ້າ ອາເມລິກາ ສະບັບປີ 1974, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

        “ພື້ນຖານເສດຖະກິດ ຫວຽດນາມ ເຄື່ອນໄຫວຢ່າງຄົບຖ້ວນ, ຄົບຊຸດຕາມບັນດາກົດເກນຂອງເສດຖະກິດການຕະຫຼາດ ແລະ ຫຼາຍປະເທດໄດ້ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ. ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ ຫວຽດນາມ ຍາມໃດກໍມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ໃນນັ້ນ ມີບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO). ໃນໄລຍະຈະມາເຖິງ, ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ.”

        ຕາມທ່ານນາງ ຟ້າມທູຮັ່ງ ແລ້ວ, ຫວຽດນາມ ໄດ້ດຳເນີນການແລກປ່ຽນ, ສົນທະນາກັບຝ່າຍ ອາເມລິກາ ເປັນປະຈຳ ແລະ ຈະສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອແບ່ງປັນຂໍ້ມູນ ແລະ ເຮັດແຈ້ງບັນດານະໂຍບາຍ, ຂໍ້ກຳນົດຂອງ ຫວຽດນາມ, ມຸ່ງໄປເຖິງການສ້າງຂອບການຮ່ວມມືທາງດ້ານເສດຖະກິດທີ່ມີສະຖຽນລະພາບ, ຍາວນານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງຝ່າຍ.


TAG
VOV/VOVworld/ຂໍ້ກຳນົດຂອງອົງການການຄ້າໂລກ/ເສດ​ຖະ​ກິດ​ການ​ຕະຫຼາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ