logo

ເສດ​ຖະ​ກິດ​ໝູນ​ວຽນ: ພື້ນ​ຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ສີ​ຂຽວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ

2025/11/10 | 11:47:23
(VOVWORLD) - ຈາກການເຕີບໂຕເປີດກວ້າງມາເປັນຄຸນນະພາບຂອງການເຕີບໂຕອີງຕາມສະມັດຕະພາບ, ວິທະຍາສາດ - ເຕັກໂນໂລຢີ, ມາດຖານຄຸ້ມຄອງທີ່ທັນສະໄໝ ແລະ ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. 
ທ່ານສາດສະດາຈານ, ປ.ອ ເລວັນເລີ້ຍ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV)

ເພື່ອແນໃສ່ຊຸກຍູ້ວິວັດການຫັນປ່ຽນສູ່ຮູບແບບເສດຖະກິດໝູນວຽນ ປະກອບສ່ວນເຂົ້າໃນການປະຕິບັດຄຳໝັ້ນສັນຍາພັດທະນາສີຂຽວ, ການປ່ອຍອາຍພິດລົງລະດັບ 0 ຢູ່ ຫວຽດນາມໃນປີ 2050, ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນເສດຖະກິດ ຫວຽດນາມ ແລະ ໂລກ (ສະຖາບັນ ບັນດິດວິທະຍາສັງຄົມ ຫວຽດນາມ) ໄດ້ຈັດເວທີປາໄສດ້ວຍຫົວຂໍ້ “ປະຕິບັດເສດຖະກິດໝູນວຽນ ຢູ່ ຫວຽດນາມ: ນະໂຍບາຍ ແລະ ເຊື່ອມຕໍ່ການກະທຳ”.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານສາດສະດາຈານ, ປ.ອ ເລວັນເລີ້ຍ ປະທານສະຖາບັນ ບັນດິດວິທະຍາສັງຄົມ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່: ຈາກການເຕີບໂຕເປີດກວ້າງມາເປັນຄຸນນະພາບຂອງການເຕີບໂຕອີງຕາມສະມັດຕະພາບ, ວິທະຍາສາດ - ເຕັກໂນໂລຢີ, ມາດຖານຄຸ້ມຄອງທີ່ທັນສະໄໝ ແລະ ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ທ່ານສາດສະດາຈານ, ປ.ອ ເລວັນເລີ້ຍ ເນັ້ນໜັ້ກວ່າ:

ການກຳນົດທິດຂອງພວກເຮົາກ່ຽວກັບເສດຖະກິດໝູນວຽນແມ່ນບໍ່ອາດແຕກແຍກອອກຈາກບັນດາຍຸດທະສາດພັດທະນາແຫ່ງຊາດໄດ້, ເຊິ່ງຕ້ອງເປັນພາກສ່ວນໜຶ່ງຂອງຮູບແບບການເຕີບໂຕແບບໃໝ່, ຕິດພັນກັບເປົ້າໝາຍສີຂຽວ - ດີຈີຕອນ - ກວມລວມ ດ້ວຍມາດຖານຄຸ້ມຄອງທີ່ທັນສະໄໝ; ສົມທົບກັບກຳລັງໜູນການຕະຫຼາດດ້ວຍຄວາມຮັບຜິດຊອບທາງສັງຄົມ ແລະ ການຮັກສາສີສັນວັດນະທະທຳ, ແລະ ສຳຄັນກ່ວານັ້ນ ຕ້ອງຖືປະຊາຊົນເປັນໃຈກາງຂອງທຸກການຄັດເລືອກນະໂຍບາຍ.


TAG
VOV/VOVworld/ເສດ​ຖະ​ກິດ​ໝູນ​ວຽນ/​ການ​ເຕີບ​ໂຕ​ສີ​ຂຽວ/ພັດ​ທະ​ນາ​ແບບ​ຍືນ​ຍົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ