logo

ເຫດ​ການລັດ​ຖະ​ປະ​ຫານ​ຢູ່ Guinea-Bissau

2025/11/27 | 08:00:43
(VOVWORLD) - ການກະທຳຍາດເອົາອຳນາດຂອງກຸ່ມນາຍທະຫານກອງທັບ Guinea-Bissau ໄດ້ດຳເນີນພາຍຫຼັງເວລາພຽງແຕ່ 3 ວັນ, ທີ່ປະເທດ ນີ້ຈັດການເລືອກຕັ້ງທົ່ວປະເທດ ເລືອກປະທານາທິບໍດີ ແລະ ສະພາແຫ່ງຊາດ. 
ພາບປະກອບ:  REUTERS

ໃນຖະແຫຼງການໃນຕອນຄ່ຳວັນທີ 26 ພະຈິກ ທາງໂທລະພາບ, ກຸ່ມນາຍທະຫານ Guinea Bissau ອ້າງຊື່ເອງວ່າແມ່ນກອງບັນຊາການກອງທັບຂັ້ນສູງ ໄດ້ປະກາດປົດ ຕຳແໜ່ງທ່ານ ປະທານາທິບໍດີ Umaro Sissoco Embalo ແລະ ຢຸດຕິທຸກການເຄື່ອນໄຫວບັນດາລະບອບລະບຽບການສາທາລະນະລັດຢູ່ Guinea-Bissau. ການກະທຳຍາດເອົາອຳນາດຂອງກຸ່ມນາຍທະຫານກອງທັບ Guinea-Bissau ໄດ້ດຳເນີນພາຍຫຼັງເວລາພຽງແຕ່ 3 ວັນ, ທີ່ປະເທດ ນີ້ຈັດການເລືອກຕັ້ງທົ່ວປະເທດ ເລືອກປະທານາທິບໍດີ ແລະ ສະພາແຫ່ງຊາດ. ວັນທີ 25 ພະຈິກ ຜ່ານມາ, ທັງທ່ານ ປະທານາທິບໍດີ Embalo ແລະ ຄູແຂ່ງຂອງທ່ານແມ່ນ ທ່ານ Fernando Dias da Costa ປະມຸກກຳລັງຝ່າຍຄ້ານ, ໄດ້ພ້ອມກັນອອກຖະແຫຼງການຍາດໄດ້ໄຊຊະນະໃນການເລືອກຕັ້ງ, ເຖິງວ່າໝາກຜົນຂອງການກວດບັດຢ່າງເປັນທາງການຍັງບໍ່ທັນໄດ້ປະກາດເທື່ອ.

 

TAG
VOV/VOVworld/ລັດ​ຖະ​ປະ​ຫານ/Guinea-Bissau

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ